
ໃນວັນທີ 09 ຕຸລາ 2026, ຄະນະຮັບຜິດຊອບຈາກ ກົມສ່ວຍສາອາກອນ ກະຊວງການເງິນ ລົງເຜີຍແຜ່ ລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice), ລະບົບ ຄຸ້ມຄອງແບບຟອມເອເລັກໂຕຣນິກ ແລະ ເບີກຈ່າຍງົບປະມານ ຂອງຂະແໜງການພາກລັດ (D-Filing) ທີ່ ແຂວງໄຊຍະບູລີ, ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອານຸວົງ ບົວຜັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກໍາມະການປົກຄອງເມືອງໄຊຍະບູລີ ແລະ ທ່ານ ບຸນເຫຼືອ ດາວວິໄລ ຮອງຫົວໜ້າພະແນກການເງິນແຂວງ ໄຊຍະບູລີ, ມີພະນັກງານຫຼັກແຫ່ງຈາກພະແນກສ່ວຍສາອາກອນປະຈຳ ແຂວງ ແລະ ແຂກຮັບເຊີນເຂົ້າຮ່ວມ.
![]() | ![]() | ![]() |
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຍົກລະດັບວຽກງານຄຸ້ມຄອງງົບປະມານແຫ່ງລັດໃຫ້ມີປະສິດທິພາບ ໂດຍການຜັນຂະຫຍາຍ ແລະ ເຜີຍແຜ່ລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice), ລະບົບຄຸ້ມຄອງແບບຟອມເອເລັກໂຕຣນິກ ແລະ ເບີກຈ່າຍງົບປະມານ ຂອງຂະແໜງການພາກລັດ (D-Filing) ແລະ ລະບົບຄຸ້ມຄອງອາກອນທີ່ດີນຢູ່ ແຂວງ ໄຊຍະບູລີ, ທັງເປັນການ ຜັນຂະຫຍາຍກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເພື່ອຮັບປະກັນໃຫ້ວຽກງານຄຸ້ມຄອງລາຍຮັບ ກໍຄືຫົວຫນ່ວຍທຸລະກິດ ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ພ້ອມນີ້ ກໍຍັງເປັນການອຳນວຍຄວາມສະດວກ ໃຫ້ຫົວໜ່ວຍທຸລະກິດ ສາມາດນຳໃຊ້ລະບົບດັ່ງກ່າວ ໃນການຕິດຕາມ ກວດກາ ການຊື້-ຂາຍ ໄດ້ຢ່າງເປັນລະບົບ ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ.

ໃນພິທີດັ່ງກ່າວ, ປະທານກອງປະຊຸມ ໄດ້ມີຄໍາເຫັນເນັ້ນໃຫ້ບັນດາພະແນກການອ້ອມຂ້າງແຂວງ, ບັນດາເມືອງ, ຂະແໜງການອ້ອມຂ້າງເມືອງ ແລະ ລວມເຖິງບັນດາຫົວຫນ່ວຍທຸລະກິດ ຈົ່ງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກ ກັບຄະນະທີ່ແຕ່ງຕັ້ງຈາກຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຜັນຂະຫຍາຍວຽກດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ລວມໄປເຖິງ ຂະແໜງການພາກລັດ ກໍຈະນໍາໃຊ້ລະບົບດັ່ງກ່າວ ເຂົ້າໃນການຈັດເກັບຄ່າທຳນຽມ-ຄ່າບໍລິການໃນຂະແໜງການພາກລັດ ແລະ ຈຸດທ່ອງທ່ຽວຕ່າງໆ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ.


