• ກະຊວງການເງິນ
  • |
  • 2026-10-05
  • |
  • ວຽກວິຊາສະເພາະ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

                ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະ ນັກງານ-ລັດຖະກອນ ໃຫ້ແກ່ພະນັກງານຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ ແລະ ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຄັງເງິນແຫ່ງລັດ ປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ວັນໄຊ ວັນນະວົງ ໄດ້ເຜີຍແຜ່ລະບຽບການ ແລະ ເນື້ອໃນສຳຄັນກ່ຽວກັບການນໍາໃຊ້ບັດພະນັກງານ-ລັດຖະກອນ ເຊິ່ງເປັນເອກະສານທາງການສຳຄັນ ໃນການຢັ້ງຢືນຖານະ, ສິດ, ຕົວຕົນ ແລະ ຄວາມເປັນມືອາຊີບຂອງພະນັກງານ-ລັດຖະກອນ, ພ້ອມທັງອຳນວຍຄວາມສະດວກ ໃນການປະສານງານ ແລະ ປະຕິບັດໜ້າທີ່ຮັບໃຊ້ວຽກງານລັດຖະການ ແລະ ປະຊາຊົນ. ພ້ອມນີ້, ໄດ້ເນັ້ນໜັກເຖິງຈຸດປະສົງ, ເປົ້າໝາຍ, ຫຼັກການພື້ນຖານ, ລະບຽບການນຳໃຊ້, ອາຍຸການ ແລະ ຂໍ້ຫ້າມຕ່າງໆ ເພື່ອໃຫ້ພະນັກງານ-ລັດຖະກອນນຳໃຊ້ບັດດັ່ງກ່າວຢ່າງຖືກຕ້ອງຕາມລະບຽບການ ແລະ ເກີດປະໂຫຍດສູງສຸດ.

         ໂອກາດດຽວກັນ, ທ່ານ ນາງ ໄຍຄຳ ສີຊານົນ ມີຄໍາເຫັນໂດຍໃຫ້ເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານຄັງເງິນແຫ່ງລັດກໍຄືຄັງເງິນແຫ່ງຊາດປະຈຳແຂວງ ໃນການຫັນວຽກງານໄປສູ່ຄວາມທັນສະໄໝ. ການມອບ-ຮັບບັດພະນັກງານ-ລັດຖະກອນ ໃນຄັ້ງນີ້ ຖືເປັນອີກຂີດໝາຍໜຶ່ງ ຂອງການປັບປຸງ ການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບຽບຫຼັກການ, ມີຄວາມທັນສະໄໝ.

         ການນຳໃຊ້ບັດດັ່ງກ່າວ ແມ່ນກົນໄກການຄຸ້ມຄອງພະນັກງານ-ລັດຖະກອນເຂົ້າສູ່ລະບົບລວມສູນ, ຂໍ້ມູນມີຄວາມຖືກຕ້ອງ, ຈະແຈ້ງ ແລະ ສອດຄ່ອງຕາມສະພາບຕົວຈິງ, ຮັບປະກັນຄວາມໂປ່ງໃສ- ຍຸຕິທຳ, ພ້ອມທັງເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງ, ຕິດພັນກັບການຂຶ້ນບັນຊີຂໍ້ມູນຊີວະປະຫວັດໃຫ້ຖືກຕ້ອງຕາມລະບຽບການ.

       ຈາກນັ້ນ, ໃນພິທີໄດ້ມີການມອບ-ຮັບບັດໃຫ້ແກ່ພະນັກງານ-ລັດຖະກອນ ຄັງເງິນແຫ່ງລັດ ປະຈຳແຂວງ ແລະ ປະຈຳເມືອງ ເພື່ອນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບການ.

© 2025 Copyright: ກະຊວງການເງິນ, ສປປ ລາວ