ໃນວັນທີ 01 ຕຸລາ 2026 ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນການສຳຫຼວດຄົວເຮືອນໄລຍະຕົ້ນ ຂອງແຜນງານໄລຍະທີ II ແລະ ຮັບຮອງຕົວຊີ້ວັດຂອງເຄື່ອງມືບັດໃຫ້ຄະແນນເດັກ (Child Scorecard – CSC) ສະບັບປັບປຸງ ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ II (ລພຊ II/RRPM II) ໂດຍການເປັນປະທານຂອງ ທ່ານ ພະນົມພອນ ແກ້ວວົງວິຈິດ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ມີຜູ້ຕາງໜ້າຈາກທະນາຄານໂລກ, ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມໂຄງການເຂົ້າຮ່ວມ. 
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອພິຈາລະນາ ແລະ ຮັບຮອງຕົວຊີ້ວັດຂອງເຄື່ອງມືບັດໃຫ້ຄະແນນເດັກ (Child Scorecard – CSC) ສະບັບປັບປຸງ ເຊິ່ງເປັນເຄື່ອງມືສໍາຄັນໃນການ ຕິດຕາມ ແລະ ປະເມີນຜົນຂັ້ນຊຸມຊົນ ໃຫ້ແກ່ຄົວເຮືອນທີ່ມີເດັກ,ຜ່ານການຈັດຕັ້ງປະຕິບັດ 16 ຕົວຊີ້ວັດໃນ 3 ຮອບທີ່ຜ່ານມາ, ພົບວ່າ: ບາງຕົວຊີ້ວັດຍັງມີຄວາມສັບສົນ ແລະ ບໍ່ສອດຄ່ອງກັບກິດຈະກຳຕົວຈິງ. ສະນັ້ນ, ກົມນະໂຍບາຍເສດຖະກິດ ແລະ ການເງິນ ຮ່ວມກັບ ທະນາຄານໂລກ ຈຶ່ງໄດ້ທົບທວນ ແລະ ດັດປັບຕົວຊີ້ວັດ ເພື່ອໃຫ້ຜູ້ປະສານງານ ແລະ ພະນັກງານຊຸມຊົນສາມາດນຳໃຊ້ໄດ້ງ່າຍ, ຖືກຕ້ອງ ແລະ ມີປະສິດທິຜົນຍິ່ງຂຶ້ນ.
![]() | ![]() |
ຜົນການສຳຫຼວດສະແດງໃຫ້ເຫັນວ່າ ເຖິງແມ່ນວ່າການເຂົ້າເຖິງການບໍລິການດູແລສຸຂະພາບແມ່ ແລະ ອາຫານດີຂຶ້ນ, ແຕ່ສະພາບໂພຊະນາການຂອງເດັກຍັງປະເຊີນກັບສິ່ງທ້າທາຍ ເປັນຕົ້ນ ເດັກມີລວງສູງ ແລະ ນ້ຳໜັກຕ່ຳກວ່າເກນມາດຕະຖານ, ພ້ອມທັງຄວາມແຕກຕ່າງດ້ານໂພຊະນາການຕາມແຕ່ລະທ້ອງຖິ່ນ ແລະ ກຸ່ມຊົນເຜົ່າ.
![]() | ![]() |
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ບໍລິສັດ ອິນໂດ-ຊາຍນາ ຣີເສີຈ ລາວ ຈຳກັດ, ທີມງານວິຊາການ ແລະ ທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນດ້ານວິຊາການຢ່າງຕໍ່ເນື່ອງ, ພ້ອມທັງເຊື່ອໝັ້ນວ່າ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະຊ່ວຍເພີ່ມທະວີຄວາມເຂັ້ມແຂງໃຫ້ກັບລະບົບການຕິດຕາມ-ປະເມີນຜົນ ແລະ ກຳນົດທິດທາງການຈັດຕັ້ງປະຕິບັດແຜນງານໃນໄລຍະຕໍ່ໜ້າໃຫ້ມີຜົນສຳເລັດຕາມຄາດໝາຍ.



