• ສູນສະຖິຕິແຫ່ງຊາດ
  • |
  • 2026-09-29
  • |
  • ວຽກວິຊາສະເພາະ

        ວັນທີ 28 ກັນຍາ 2026, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ທາບທາມຄຳເຫັນໃສ່ "ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ ຕາມທິດສີຂຽວ ແລະ ທັນສະໄໝ 2026-2035 ແລະ ວິໄສທັດຮອດປີ 2040" ຂຶ້ນຢ່າງເປັນທາງການ ທີ່ແຂວງຄຳມ່ວນ.

         ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 3 ວັນ ນັບແຕ່ (28-30 ກັນຍາ 2026), ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງລັດຖະມົນຕີກະຊວງການເງິນ ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມຈາກສູນສະຖິຕິແຫ່ງຊາດ, ມີບັນດາຄະນະພະແນກການເງິນແຂວງ ພະແນກການທີ່ກ່ຽວຂ້ອງ ຂອງ 5 ແຂວງພາກກາງ ແລະ ນະຄອນຫລວງວຽງຈັນ, ພ້ອມດ້ວຍວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງລະບົບສະຖິຕິແຫ່ງຊາດ ໃນຍຸກທີ່ມີ ການພັດທະນາ, ມີຄວາມປ່ຽນແປງຢ່າງວ່ອງໄວ, ຂໍ້ມູນສະຖິຕິທີ່ຖືກຕ້ອງ, ຄົບຖ້ວນ, ທັນການ, ໜ້າເຊື່ອຖື ແລະ ນຳໃຊ້ໄດ້ຢ່າງມີປະສິດທິຜົນ ນັບວັນຈະມີບົດບາດສຳຄັນຍິ່ງຂຶ້ນ   ຕໍ່ການກຳນົດນະໂຍບາຍ, ການວາງແຜນ, ການບໍລິຫານ ແລະ ການຕິດຕາມປະເມີນຜົນການພັດທະນາໃນແຕ່ລະໄລຍະ. 

         ລະບົບສະຖິຕິແຫ່ງຊາດ ຈຶ່ງບໍ່ແມ່ນພຽງແຕ່ກົນໄກສຳລັບການຜະລິດສະຖິຕິເທົ່ານັ້ນ ແຕ່ຍັງເປັນເສົາຄ້ຳຍຸດທະສາດຂອງລັດ ໃນການສະໜອງຂໍ້ມູນຫຼັກຖານ ເພື່ອວາງນະໂຍບາຍ ແລະ ຂັບເຄື່ອນການພັດທະນາຢ່າງຮອບດ້ານ. ນອກຈາກນັ້ນ, ປະທານກອງປະຊຸມ ຍັງໄດ້ເນັ້ນຕື່ມອິກວ່າ ການປັບປຸງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ ຕາມທິດສີຂຽວ ແລະ ທັນສະໄໝໃນ 2026–2035 ແລະ ວິໄສທັດຮອດປີ 2040 ແມ່ນຕ້ອງຜ່ານຂະບວນການປຶກສາຫາລື ທາບທາມຄຳຄິດເຫັນຢູ່ຂັ້ນທ້ອງຖິ່ນ ຊຶ່ງຜ່ານມາແມ່ນສຳເລັດ ການທາບທາມຢູ່ພາກເໜືອ ແລະ ພາຍຫຼັງສຳເລັດການ ທາບທາມພາກກາງທີ່ຈັດຂຶ້ນຢູ່ ແຂວງ ຄຳມ່ວນ ນີ້ແລ້ວຈະໄດ້ສຶບຕໍ່ ທາບທາມຢູ່ພາກໃຕ້ ກ່ອນຈະນໍາໄປທາບທາມຢູ່ຂັ້ນສູນກາງ ແລະອົງການຈັດຕັ້ງສາກົນ. ສະນັ້ນ, ໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຄົ້ນຄວ້າລົງເລີກບາງເນື້ອໃນທີ່ສໍາຄັນເປັນຕົ້ນການ ກໍານົດທິດທາງ ແລະ ບູລິມະສິດ ໃຫ້ຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ, ກ້າວສູ່ຄວາມທັນສະໄໝ ດ້ວຍການປະຍຸກໃຊ້ເຕັກໂນໂລຊີ ແລະ ແຫຼ່ງຂໍ້ມູນໃໝ່ໆເຂົ້າໃນການຜະລິດສະຖິຕິ ແລະ ສ້າງກົນໄກປະສານງານລະຫວ່າງສູນສະຖິຕິແຫ່ງຊາດ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃນຖານະຜູ້ຜະລິດ ແລະ ຜູ້ນຳໃຊ້ຂໍ້ມູນ.

         ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການ ໃນການປຶກສາຫາລື ປະກອບຄຳຄິດຄຳເຫັນໃຫ້ມີຄວາມເລີກເຊິ່ງຢ່າງຖີ່ຖ້ວນ ເພື່ອເຮັດໃຫ້ຮ່າງແຜນຍຸດທະສາດສະບັບນີ້ມີເນື້ອໃນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ