ກະຊວງການເງິນ ແຫ່ງ ສປປ ລາວ ແລະ ລັດວິສາຫະກິດ CICC (China International Capital Corporation) ໄດ້ຮ່ວມກັນຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືດ້ານການເງິນ ເຊິ່ງເປັນຂີດໝາຍສຳຄັນໃນປີສະຫຼອງຄວາມສໍາພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ.
ຮ່ວມລົງນາມໃນ MOU ດັ່ງກ່າວ ຕາງໜ້າກະຊວງການເງິນ ໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ອູ ຊຸນຮຸຍ (Wu Shunhui) ຜູ້ອຳນວຍການຮັບຜິດຊອບພູມິພາກອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ ຂອງ CICC. ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ; ທ່ານ ຫວາງ ຊູກວາງ (Wang Shuguang) ປະທານບໍລິຫານ CICC; ແລະ ທ່ານ Nicholas Ho, ຜູ້ຕາງໜ້າ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງລັດຖະບານເຂດປົກຄອງພິເສດຮົງກົງ.
ຈຸດປະສົງຂອງ MOU: ເພື່ອສົ່ງເສີມການຮ່ວມມືໃນດ້ານການລະດົມທຶນ ດ້ວຍການຈໍາໜ່າຍພັນທະບັດລັດຖະບານ ຢູ່ ຕະຫຼາດທຶນ ສປ.ຈີນ (Panda bond) ເພື່ອຂະຫຍາຍໂອກາດການຮ່ວມມືໃນອະນາຄົດ ລະຫວ່າງ ສປປ ລາວ ແລະ ສປ ຈີນ.