• ກະຊວງການເງິນ
  • |
  • 2026-09-29
  • |
  • ວຽກວິຊາສະເພາະ

        ກະກຽມເປີດນຳໃຊ້ລະບົບຄຸ້ມຄອງແບບຟອມ ແລະ ການເບີກຈ່າຍງົບປະມານ (D-Filing)  ໃຫ້ກະຊວງສາທາລະນະສຸກ

                ໃນວັນທີ 28 ກັນຍາ 2026 ໄດ້ຈັດກອງປະຊຸມກະກຽມເປີດນຳໃຊ້ ລະບົບຄຸ້ມຄອງແບບຟອມ ແລະ ການເບີກຈ່າຍງົບປະມານ ຂອງຂະແໜງການພາກລັດ (D-Filing) ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ, ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະກົມ, ຜູ້ອຳນວຍການໂຮງໝໍ  ອ້ອມຂ້າງ ພາກສ່ວນກ່ຽວຂ້ອງ ພາຍໃນກະຊວງສາທາລະນະສຸກ ເຂົ້າຮ່ວມ.

       ຈຸດປະສົງຂອງ ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ໃນການກະ ກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດນຳໃຊ້ລະບົບ D-Filing ຢ່າງເປັນທາງການ. ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບກ່ຽວກັບຄວາມເປັນມາ, ຄວາມໝາຍຄວາມສຳຄັນ, ຕະຫຼອດຮອດປະສິດທິພາບ, ປະສິດທິຜົນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການນຳໃຊ້ລະບົບດັ່ງກ່າວ.

       ໃນໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ໃຫ້ທັດສະນະ ແລະ ເນັ້ນໃສ່ຄວາມໝາຍຄວາມສຳຄັນຂອງລະ ບົບ D-Filing ວ່າ: ການຫັນເປັນທັນສະໄໝໂດຍການນຳໃຊ້ລະບົບດັ່ງກ່າວນີ້ ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ-ລາຍຈ່າຍ ຂອງພາກລັດ ຈະຊ່ວຍໃຫ້ການເກັບລາຍຮັບໄດ້ເພີ່ມຂຶ້ນ, ເຮັດໃຫ້ການຄຸ້ມຄອງການເງິນພາກລັດ ມີຄວາມໂປ່ງໃສ, ວ່ອງໄວ, ທັນສະໄໝ ແລະ ສາມາດຕິດຕາມ-ກວດກາໄດ້ຕະຫຼອດເວລາ ເພື່ອຫຼຸດຜ່ອນ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານແຫ່ງລັດໄດ້ ຢ່າງມີປະສິດທິພາບ ນັບແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ.

                ນອກຈາກນັ້ນ, ລະບົບ D-Filing ຍັງເພີ່ມຄວາມສະດວກສະບາຍ ໃນການສະຫຼຸບບັນຊີຄູ່ແບບອັດຕະໂນ ມັດ, ສາມາດແຍກປະເພດກອງທຶນ, ຄ່າທຳນຽມ ແລະ ຄ່າບໍລິການ ຢ່າງຈະແຈ້ງ ແລະ ຖືກຕ້ອງ. ສໍາລັບແຜນການ ຈັດຕັ້ງປະຕິບັດ, ໃນເບື້ອງຕົ້ນ ຈະເລີ່ມນຳໃຊ້ຢູ່ຂັ້ນສູນກາງກ່ອນ, ຈາກນັ້ນ, ຈຶ່ງຈະຜັນຂະຫຍາຍ ຜົນໄປສູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ພາບຂ່າວ: ວັນຊະນະ 

-------------------------- 

📞 ຕິດຕໍ່ປະສານງານ ໂທ: 021 417741

 

                      

© 2025 Copyright: ກະຊວງການເງິນ, ສປປ ລາວ