• ກະຊວງການເງິນ
  • |
  • 2026-09-17
  • |
  • ວຽກຮ່ວມມື

 

      ໃນວັນທີ 17 ກັນຍາ 2026, ທີ່ກະຊວງການເງິນ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງໜີ້ສິນສາທາລະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບ ແລະ ປຶກສາຫາລືວຽກງານຂອງຄະນະຜູ້ຕາງ  ໜ້າຈາກ ບໍລິສັດ ຈົ່ງເຕິງ ຈຳກັດ (Zhongteng Securities Co., Limited) ເຊິ່ງນຳໂດຍ ທ່ານ ອູຢາກວາງ (Wu Yaguang) ຜູ້ຈັດການໃຫຍ່, ພ້ອມດ້ວຍ ທ່ານ ຢາງ ກວາງຊູ (Yang Guangchu) ຜູ້ອຳນວຍການຝ່າຍທຸລະກິດ ທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຊຸກຍູ້ໂຄງການອອກພັນທະບັດ ຂອງ ສປປ ລາວ ແລະ ການຂະຫຍາຍການຮ່ວມມືດ້ານການເງິນຂ້າມແດນ ລະຫວ່າງ ລາວ ແລະ ສປ ຈີນ.


 

      ບໍລິສັດ ຈົ່ງເຕິງ ຈຳກັດ ໃນຖານະສະຖາບັນການເງິນ ທີ່ມີຄວາມຊ່ຽວຊານດ້ານການລົງທຶນຂ້າມແດນ ໃນອາຊີຕາເວັນອອກສ່ຽງໃຕ້ ຮ່ວມກັບ ບໍລິສັດ ກົວທາຍ ຮາຍທົງ ເຊັກຄູລິທີ (Guotai Haitong Securities) ເຊິ່ງເປັນຄະນະຜູ້ຮັບປະກັນການຈຳໜ່າຍພັນທະບັດ, ໄດ້ນຳສະເໜີແນວທາງການອອກພັນທະບັດລັດຖະບານ ເພື່ອຊ່ວຍລະດົມທຶນທີ່ມີຕົ້ນທຶນຕ່ຳ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ການດໍາລົງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຮັກສາສະຖຽນລະພາບທາງດ້ານການເງິນ-ງົບປະມານຂອງ ສປປ ລາວ.  
ຄະນະຜູ້ຕາງໜ້າໄດ້ສະເໜີເນື້ອໃນການເຮັດວຽກຮ່ວມກັນ ເຊັ່ນ:  ໂຄງຮ່າງການອອກພັນທະບັດ ທິດທາງການນຳໃຊ້ທຶນໃຫ້ສອດຄ່ອງກັບສະພາບເສດຖະກິດ-ງົບປະມານຂອງລາວ,  ຂັ້ນຕອນ ແລະ ກົນໄກຄຸ້ມຄອງໜີ້ສິນ, ການສ້າງກົນໄກເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ກຳນົດຂັ້ນຕອນການດຳເນີນງານ ການຂະຫຍາຍການຮ່ວມມືດ້ານການເງິນ ແລະ ຕະຫຼາດທຶນໃນອະນາຄົດ.  

 


     ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງບໍລິສັດ ໃນການສະເໜີທາງເລືອກການລະດົມທຶນໃໝ່ໆ. ທ່ານໄດ້ເນັ້ນໃສ່ຄວາມສໍາຄັນຂອງການຄຸ້ມຄອງໜີ້ສິນສາທາລະນະຢ່າງມີປະສິດທິພາບ ແລະ ຍືນຍົງ, ພ້ອມທັງສະແດງຄວາມຫວັງວ່າ ທັງສອງຝ່າຍຈະສືບຕໍ່ສຶກສາ ແລະ ປະສານງານຢ່າງລະອຽດ ເພື່ອໃຫ້ໂຄງການດັ່ງກ່າວເກີດຜົນເປັນຮູບປະທຳ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ.
ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດມິດຕະພາບ ແລະ ເປັນກ້າວສໍາຄັນໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບການຮ່ວມມືດ້ານການເງິນ ແລະ ຕະຫຼາດທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

© 2025 Copyright: ກະຊວງການເງິນ, ສປປ ລາວ