• ກົມຮ່ວມມື ແລະ ການເງິນສາກົນ
  • |
  • 2026-09-17
  • |
  • ວຽກຮ່ວມມື

     ໃນລະຫວ່າງວັນທີ 14-16 ກັນຍາ 2026 ຄະນະຜູ້ແທນຈາກກະຊວງການເງິນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ການກະກຽມສ້າງຕັ້ງທະນາຄານພັດທະນາ ອົງການຮ່ວມມືຊຽງໄຮ້ ຄັ້ງທີ 5 ທີ່ນະຄອນຮັງໂຈວ, ແຂວງເຈ້ຈຽງ, ສປ ຈີນ, ໂດຍໄດ້ດຳເນີນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ຫຼຽວ ໝິນ (Mr. LIAO Min) ຮອງລັດຖະມົນຕີກະຊວງການເງິນ ສປ ຈີນ ແລະ ທ່ານ ອາສະລາມ ຈົວກາຣີ (Mr. Aslam CHAUDHARY) ລັດຖະມົນຕີດ້ານເສດຖະກິດ ປະຈຳສະຖານທູດປາກີສະຖານ ປະຈຳ ສປ ຈີນ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມ ມີຄະນະຜູ້ແທນຈາກ 29 ປະເທດ.

 


 

      ກອງປະຊຸມໄດ້ສືບຕໍ່ປຶກສາຫາລື ຫລາຍບັນຫາສຳຄັນ ທີ່ເປັນພື້ນຖານໃນການກະກຽມໃຫ້ແກ່ການສ້າງຕັ້ງທະນາຄານ SCO ໂດຍສະເພາະ ການຮ່າງບົດບັນທຶກຄວາມເຂົ້າໃຈ (MoU), ການບໍລິຫານ, ການປະກອບທຶນ ແລະ ບັນດາວຽກງານດ້ານເຕັກນິກ ແລະ ທິດທາງການເຮັດວຽກຮ່ວມກັນໃນຕໍ່ໜ້າ. ພ້ອມນັ້ນ,ໃນກອງປະຊຸມ ໄດ້ພ້ອມກັນຢືນຢັນຄືນຄວາມມຸ່ງໝັ້ນ ໃນການເລັ່ງການດຳເນີນງານ ແລະ ຂະບວນການການສ້າງຕັ້ງທະນາຄານ SCO ດັ່ງກ່າວໃຫ້ໄປຕາມແຜນທີ່ໄດ້ວາງໄວ້.
ອີງຕາມຜົນກອງປະຊຸມ, ການຈັດກອງປະຊຸມປຶກສາຫາລື ການກະກຽມສ້າງທະນາຄານພັດທະນາ ຄັ້ງທີ 6 ແມ່ນຈະຈັດຂຶ້ນໃນຕົ້ນເດືອນ ພະຈິກ 2026 ທີ່ ນະຄອນອິສລາມາບັດ, ປາກີສະຖານ, ເຊິ່ງຈະໄດ້ສືບຕໍ່ແລກປ່ຽນ ແລະ ປຶກສາຫາລື ບັນຫາສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ໃນເດືອນ ທັນວາ 2026,  ໂດຍສະເພາະການສະຫລຸບເນື້ອໃນຮ່າງ MoU ກ່ອນກ້າວເຂົ້າສູ່ຂັ້ນຕອນການເຈລະຈາສົນທິສັນຍາສ້າງຕັ້ງທະນາຄານ (AoA) ຕໍ່ໄປ.

© 2025 Copyright: ກະຊວງການເງິນ, ສປປ ລາວ