ໃນວັນທີ 16 ກັນຍາ 2026, ສ່ວຍສາອາກອນປະຈຳ ແຂວງວຽງຈັນ ໄດ້ຈັດກອງປະຊຸມປະເມີນຜົນສະເພາະພະນັກງານຄຸ້ມຄອງ-ນຳພາຂັ້ນຂະແໜງ ໂດຍເປັນປະທານຮ່ວມຂອງ ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງກະຊວງການເງິນ, ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ ແລະ ທ່ານ ພຸດທະວົງ ມີໄຊຜົນ ຮອງຄະນະຈັດຕັ້ງແຂວງ ມີ ຄະນະສ່ວຍສາອາກອນປະຈຳແຂວງ, ພະນັກງານ ຄຸ້ມຄອງ-ນຳພາ ຂັ້ນຂະແໜງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງເພື່ອປະເມີນຄືນຜົນງານ ແລະ ຄວາມຮັບຜິດຊອບຂອງພະນັກງານຄຸ້ມຄອງ-ນຳພາຂັ້ນຂະແໜງ, ສ້າງເງື່ອນໄຂໃຫ້ພະນັກງານໄດ້ທົບທວນຕົນເອງ, ປັບປຸງຈຸດອ່ອນ ແລະ ຍົກສູງຄຸນນະພາບການຄຸ້ມຄອງ-ນຳພາ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ ໄດ້ມີຄຳເຫັນ ເພື່ອເຮັດລ້ອນໜ້າທີ່ການເມືອງ, ພັກ ແລະ ລັດຖະບານ ຍາມໃດກໍ່ຖືສໍາຄັນຕໍ່ ພະນັກງານ ເປັນກໍາລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດ, ເປັນຜູ້ຕັດສິນ ຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດແນວ ທາງນະໂຍບາຍ ຂອງພັກ, ຂອງລັດ. ຄະນະບໍລິຫານງານສູນກາງພັກ ໄດ້ມີມະຕິ ສະບັບເລກທີ 04/ຄບສພ, ວ່າດ້ວຍການເພີ່ມທະວີ ການນໍາພາ ຂອງພັກ ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ, ໂດຍໄດ້ເນັ້ນວຽກພະນັກງານ ແມ່ນໜຶ່ງໃນບັນຫາສໍາຄັນທີ່ສຸດ ພົວພັນເຖິງການກຳອຳນາດ ແລະ ການຄົງຕົວ ຂອງພັກ ກໍ່ຄືຜົນສໍາເລັດ ຂອງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ຂອງພັກ, ທັງແມ່ນບັນຫາຮີບດ່ວນສະເພາະໜ້າ ແລະ ທັງເປັນບັນຫາຍຸດທະສາດ ພື້ນຖານຍາວນານ ເພື່ອສ້າງໃຫ້ມີຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ວິຊາການ ທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ, ມີນໍ້າໃຈເສຍສະຫຼະສູງ, ເປັນແບບຢ່າງທີ່ດີ ໃນການດຳລົງຊີວິດ, ມີຈັນຍາບັນ, ຈັນຍາທໍາ, ຄວາມຮູ້ ຄວາມສາມາດ, ມີແບບແຜນເຮັດວຽກແບບວິທະຍາສາດ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ ສືບທອດພາລະກິດ ປະຕິວັດ ຂອງຊາດ, ຂອງພັກ ໃຫ້ຍືນຍົງຄົງຕົວ.
ໃນຕອນທ້າຍ ພະນັກງານທັງໝົດຂອງສ່ວຍສາອາກອນ ປະຈຳແຂວງວຽງຈັນ ໄດ້ພ້ອມກັນປ່ອນບັດທາບທາມ ຫົວໜ້າ ແລະ ຮອງຫົວໜ້າຂະແໜງທີ່ຂື້ນກັບ ສ່ວຍສາອາກອນ ປະຈໍາແຂວງວຽງຈັນ ໃນຄັ້ງນີ້ອີກດ້ວຍ.