• ກະຊວງການເງິນ
  • |
  • 2026-09-17
  • |
  • ວຽກຮ່ວມມື

       ໃນວັນທີ 16 ກັນຍາ 2026 ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຊີ້ນຳ ກ່ຽວກັບການຊຸກຍູ້ແກ້ໄຂຜົນການກວດສອບ, ພາຍໃຕ້ການເປັນປະທານ ຮ່ວມ ຂອງ ທ່ານ ສັນຕິພາບ ພົມວິຫານ ກຳມະການພັກສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ ໂດຍມີ ຮອງລັດຖະມົນຕີ ກະຊວງການເງິນ, ຮອງປະທານອົງການກວດສອບແຫ່ງລັດ, ປະທານອົງການກວດສອບປະຈໍາພາກກາງ, ຄະນະກົມກ່ຽວຂ້ອງ ຈາກກະຊວງການເງິນ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.

       ຈຸດປະສົງຂອງ ກອງປະຊຸມແມ່ນເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ເອກະພາບ ຕໍ່ກັບບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເພື່ອສ້າງກົນໄກ, ວິທີການ ແລະ ຮູບແບບ ການແກ້ໄຂຜົນການກວດສອບ ໃຫ້ບັນລຸຕາມຄາດໝາຍ, ສາມາດແກ້ໄຂໄດ້ຢ່າງຂາດຕົວ ໃນແຕ່ລະປີ.

       ໂດຍໃນກອງປະຊຸມໄດ້ສຸມໃສ່ບັນດາວຽກງານຈຸດສຸມຕົ້ນຕໍ ເພື່ອແກ້ໄຂຜົນການກວດສອບໃຫ້ຂາດຕົວ ແລະ ມີຮູບແບບກົນໄກທີ່ເປັນຮູບປະທຳ ດັ່ງນີ້: 

1. ໃຫ້ກົມວິຊາການ 2 ຝ່າຍ ສົມທົບກັນຄົ້ນຄວ້າ ແລະ ເອກະພາບ ກ່ຽວກັບວິທີການແກ້ໄຂ ເພື່ອສ້າງເປັນນິຕິກຳສະເພາະ ໃຊ້ເປັນບ່ອນອີງປະຕິບັດຮ່ວມກັນ; 

2. ເພີ່ມທະວີຄວາມຮັບຜິດຊອບຂອງການນຳ ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ ແລະ ອົງການກວດສອບແຫ່ງລັດ ພິຈາລະນາຄວາມຮັບຜິດຊອບຂອງການນຳແຕ່ລະຂັ້ນ ໃນການຊີ້ນຳແກ້ໄຂໂດຍກົງ;

3. ຫັນເປັນລະບົບທັນສະໄໝ ໃຫ້ສ້າງລະບົບຖານຂໍ້ມູນເຊື່ອມຈອດ ເພື່ອຕິດຕາມຜົນການກວດສອບທີ່ໄດ້ແກ້ໄຂ ແລະ ຍັງບໍ່ທັນໄດ້ແກ້ໄຂໃນແຕ່ລະປີ;

4. ⁠ ບັນດາບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂຢູ່ກະຊວງການເງິນ ມອບໃຫ້ບັນດາກົມກ່ຽວຂ້ອງ ສືບຕໍ່ ປະສານສົມທົບກັບ ອົງການກວດສອບແຫ່ງລັດ ເພື່ອແກ້ໄຂໃຫ້ຂາດຕົວ.

        ເພື່ອເຮັດໃຫ້ເນື້ອໃນ, ສາມາດເອກະພາບຮູບແບບວິທີການ, ກົນໄກການເຮັດວຽກແກ້ໄຂຜົນການກວດສອບ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ, ຈົ່ງພ້ອມກັນຄົ້ນຄວ້າ, ຊອກຫາວິທີແກ້ໄຂຜົນການກວດສອບໃຫ້ ສາມາດແກ້ໄຂຂາດຕົວ ໃນແຕ່ລະປີ ລາຍງານລັດຖະບານ, ອົງການກວດສອບແຫ່ງລັດ ແລະ ສະພາແຫ່ງຊາດມີທິດຊີ້ນຳຕາມລະບຽບການ.

© 2025 Copyright: ກະຊວງການເງິນ, ສປປ ລາວ