📢ໃນວັນທີ 15 ກັນຍາ 2026, ທີ່ກະຊວງການເງິນ, ຄະນະກຳມາທິການຮ່ວມມືລາວ-ຈີນ ໄດ້ຈັດກອງປະຊຸມກົນໄກການຮ່ວມມືເພື່ອການພັດທະນາ ລາວ-ຈີນ ຄັ້ງທີ III ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ຫຼິວ ຈຸ້ນເຟີງ ຮອງຫົວໜ້າອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນ (CIDCA) ພ້ອມດ້ວຍ ທ່ານ ນາງ ຟັ່ງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ບັນດາຜູ້ຕາງໜ້າຈາກກະຊວງ-ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
![]() | ![]() |
🎯ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຜົນການພົບປະ ແລະ ຂໍ້ຕົກລົງອັນສໍາຄັນລະຫວ່າງ ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ທີ່ໄດ້ພົບກັນຢູ່ ປັກກິ່ງ ໃນເດືອນມິຖຸນາ 2026 ຜ່ານມາ, ພ້ອມທັງທົບທວນຄືນໝາກຜົນການຮ່ວມມື ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ. ຜົນງານພົ້ນເດັ່ນ ໄລຍະຜ່ານມານັບແຕ່ 2023 ເປັນຕົ້ນມາ ເຫັນວ່າການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ອົງການ CIDCA ປະເທດຈີນ ເຫັນວ່າ ມີຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນໂດຍກົງ:
* ✅ສຳເລັດ ແລະ ມອບ-ຮັບແລ້ວ ເກືອບ 20 ໂຄງການ;
* 🏡ພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ: ສຳເລັດແລ້ວ 2 ຊຸດ ຢູ່ເຂດຊົນນະບົດ.
* 🏫ຂະແໜງການສຶກສາ: ກໍ່ສ້າງໂຮງຮຽນ 10 ແຫ່ງ (ສຳເລັດແລ້ວ 5 ແຫ່ງ).
* 🏥ສາທາລະນະສຸກ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ທີ່ທັນສະໄໝ ເຊິ່ງໄດ້ເປີດໃຫ້ບໍລິການສັງຄົມຢ່າງກວ້າງຂວາງ.
* 👥 ພັດທະນາຊັບພະຍາກອນມະນຸດ: ສະເພາະ 8 ເດືອນຕົ້ນປີ 2026 ມີນັກສຳມະນາກອນລາວເຂົ້າຮ່ວມຝຶກອົບຮົມ ແລະ ສໍາມະນາໄລຍະສັ້ນສູງເຖິງ 1,331 ເທື່ອຄົນ.
![]() | ![]() |
🚀 ສໍາລັບທິດທາງແຜນການໃນຕໍ່ໜ້າ ກອງປະຊຸມໄດ້ເຫັນດີເປັນເອກະພາບໃນການສ້າງ ແຜນການຮ່ວມມືເພື່ອການພັດທະນາ ລາວ-ຈີນ (ໄລຍະ 3-5 ປີ) ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຂໍ້ລິເລີ່ມການພັດທະນາທົ່ວໂລກ (GDI) ໂດຍສຸມໃສ່ 5 ຂົງເຂດຈຸດສຸມ:
1. 🚆 ການເຊື່ອມໂຍງພື້ນຖານໂຄງລ່າງ: ພັດທະນາເສດຖະກິດລຽບຕາມແລວທາງລົດໄຟ ລາວ-ຈີນ, ໂຄງການອາຄານກວດກາຮ່ວມຢູ່ບໍ່ເຕ່ນ, ປັບປຸງເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງເຊື່ອມຕໍ່ດ່ານຊາຍແດນພາກເໜືອ.
2. 🌾 ກະສິກໍາ & ຫຼຸດຜ່ອນຄວາມທຸກຍາກ: ຍູ້ແຮງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຊຸດທີ 3 (4x100), ໂຄງການກະສິກໍາທັນສະໄໝ ແລະ ລະບົບຫຼາຍຝ່າຍພາຍຸ້ທຶນພັດທະນາທົ່ວໂລກ.
3. 🩺 ສາທາລະນະສຸກ: ແລກປ່ຽນວິຊາການລະຫວ່າງໂຮງໝໍລາວ-ຈີນ, ສະໜອງອຸປະກອນການແພດ, ຝຶກອົບຮົມບຸກຄະລາກອນ ແລະ ສືບຕໍ່ຍົກລະດັບປະສິດທິພາບໂຮງໝໍມະໂຫສົດ.
4. 📚 ການສຶກສາ & ວັດທະນະທຳ: ຊຸກຍູ້ໂຄງການວິທະຍາໄລເຕັກນິກວິຊາຊີບ ທີ່ເຂດໄຊເຊດຖາ, ເພີ່ມວິຊາສ້ອມແປງລົດໄຟຟ້າເຂົ້າໃນສູນສີມືແຮງງານ ອຸດົມໄຊ, ສ້າງໂຮງຮຽນ "ນ້ອງນ້ອຍ 67" ຍຸກສະໄໝໃໝ່ ແລະ ປັບປຸງປຶ້ມແບບຮຽນ.
5. 💼 ການພັດທະນາຊັບພະຍາກອນມະນຸດ: ຊຸກຍູ້ໂຄງການ “ໜຶ່ງພັນ ໜຶ່ງໝື່ນ” ຝຶກອົບຮົມດ້ານວິຊາການໃຫ້ບຸກຄະລາກອນລາວ 3,000 ຄົນ, ພ້ອມທັງສຳມະນາ-ຝຶກອົບຮົມໄລຍະສັ້ນ ເສດຖະກິດມະຫາພາກ, ການຮັບມືໄພພິບັດ ແລະ ຍົກລະດັບການປົກຄອງຮາກຖານ.

🤝 ໃນຕອນທ້າຍ ກອງປະຊຸມ ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນ ໄດ້ຮ່ວມກັນ ລົງນາມ ເຊັນບົດບັນທຶກກົນໄກການຮ່ວມມືເພື່ອການພັດທະນາ ລາວ-ຈີນ ຄັ້ງທີ 3.
![]() |




