ໃນລະຫວ່າງວັນທີ 09-11 ກັນຍາ 2026ທີ່ ປາລາວານ, ສາທາລະນະລັດ ຟິລິບປິນ, ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ໄດ້ນຳພາຄະນະຜູ້ແທນກະຊວງການເງິນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄະນະເຮັດວຽກອາຊຽນ +3 (The 3rd ASEAN+3 Task Force Meeting) ຄັ້ງທີ 3 ປີ2026 ໂດຍການເປັນປະທານຮ່ວມຂອງ ຟິລິບປິນ ແລະ ຍີ່ປຸ່ນ ໂດຍມີຜູ້ແທນຈາກກະຊວງການເງິນ ແລະ ທະນາຄານກາງ ຂອງປະເທດສະມາຊິກອາຊຽນ (ລວມທັງ ຕີມໍ ແລສ໌ເຕ) ແລະ ປະເທດບວກສາມ ຄື ຍີ່ປຸ່ນ, ສ.ເກົາຫຼີ ແລະ ສປ. ຈີນ ເຂົ້່າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ສືບຕໍ່ປຶກສາຫາລືວຽກງານຂອບການຮ່ວມມືດ້ານການເງິນ-ເງິນຕາອາຊຽນ+3, ໂດຍຄັ້ງນີ້້ ໄດ້ການປຶກສາຫາລືເນັ້ນໃສ່ການກຳນົດແຜນດຳເນີນງານຂອງອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO) ແລະ ການເພີ່ມບົດບາດຂອງ AMRO ໃນການເປັນເສນາທິການໃຫ້ແກ່ບັນດາປະເທດສະມາຊິກອາຊຽນ+3 ຄົ້ນຄວ້າ ແລະ ຕິດຕາມການສ້າງຮູບແບບການສະໜອງດ້ານການເງິນ ໃນສະພາວະສຸກເສີນຂາດສະພາບຄ່ອງ (Rapid Financing Facility – RFF), ການຈັດຕັ້ງປະຕິບັດຂໍ້ລິເລີ່ມຊຽງໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ແລະ ຄວາມຄືບໜ້າການປະຕິບັດເງື່ອນໄຂການເຂົ້າຮ່ວມກົນໄກດັ່ງກ່າວຂອງປະເທດ ຕີມໍ ແລສ໌ເຕ, ການເສີມສ້າງຄວາມອາດສາມາດໃນການອອກແບບແຜນງານ ແລະ ຄວາມເຂັ້ມແຂງຂອງວຽກການວິໄຈໜີ້ສິນແບບຍືນຍົງ ແລະ ການນຳໃຊ້ເຄື່ອງມືວິໄຈເສດຖະກິດມະຫາພາກ (ERPD Matrix); ພ້ອມທັງ ພິຈາລະນາຮັບຮອງແຜນງົບປະມານ ແລະ ແຜນພະນັກງານປະຈຳປີ 2027 ກໍຄືການສ້າງແຜນຈັດຕັ້ງປະຕິບັດໄລຍະກາງ (MTIP) 2027-2029 ຂອງ AMRO.
ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືບັນດາຫົວຂໍ້ສຳຄັນອື່ນໆ ເຊັ່ນ ຂໍ້ລິເລີ່ມການພັດທະນາຕະຫຼາດການເງິນ ແລະ ພັນທະບັດອາຊຽນ (ABFMI) ທີ່ເຫັນວ່າປັດຈຸບັນມີຄວາມຄືບໜ້າດີ ແຕ່ຍັງຕ້ອງໄດ້ຄົ້ນຄວ້າການເຊື່ອມໂຍງຕະຫຼາດຂອງບັນດາປະເທດກາຍເປັນຕະຫຼາດພາກພື້ນ ເພື່ອດຶງດູດການລົງທຶນທີ່ມີຄວາມຫຼາກຫຼາຍ ແລະ ສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນໃຫ້ຫຼາຍຂຶ້ນ ພ້ອມທັງ ໄດ້ກຳນົດແຜນວຽກຈຸດສຸມ ໄລຍະ 2027-2030 (ABFMI Roadmap 2027-2030); ສຳລັບ ຂໍ້ລິເລີ່ມການສະໜອງທຶນສຳລັບຄວາມສ່ຽງໄພພິບັດ (DRFI) ແມ່ນເຫັນວ່າ ມີຄວາມຄືບໜ້າສົມຄວນ ພ້ອມທັງໄດ້ຮັບຮອງເອົາຄະນະວິຊາການ ເພື່ອຮັບຜິດຊອບຈັດຕັ້ງປະຕິບັດ 3 ໜ້າວຽກຍຸດທະສາດ, ສ່ວນວຽກງານພາຍໃຕ້ຂອບ SEADRIF ແມ່ນໄດ້ປະຕິບັດຫຼາຍໜ້າວຽກ ເປັນຕົ້ນແມ່ນ ການຈ່າຍສິນປະກັນໄພໃຫ້ແກ່ ສປປ ລາວ ໃນຕົ້ນເດືອນກັນຍາ 2026 ເພື່ອຊ່ວຍແກ້ໄຂຜົນກະທົບຈາກໄພນ້ຳຖ້ວມໃນທ້າຍເດືອນຜ່ານມາ ພ້ອມທັງ ຄວາມຄືບໜ້າຂອງວຽກງານພາຍໃຕ້ຂໍ້ລິເລີ່ມ SEADRIF-SAFE ແລະ SEADRIF-RAISE ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານສະໜອງທຶນສຳລັບຄວາມສ່ຽງໄພພິບັດ ແລະ ບັນດາວຽກງານດ້ານການຮ່ວມມືຂອງອາຊຽນ+3 ໃນຕໍ່ໜ້າ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະເຮັດວຽກອາຊຽນ+3 ຄັ້ງທີ 4 ຂອງສົກປີ 2026 ຈະຈັດຂຶ້ນໃນທ້າຍເດືອນຕຸລາ 2026 ຢູ່ປະເທດຍີ່ປຸ່ນ ແລະ ຜົນການປຶກສາຫາລືໃນກອງປະຊຸມດັ່ງກ່າວ ຈະໄດ້ນຳສະເໜີຕໍ່ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ+3 (AFCDM+3) ໃນເດືອນພະຈິກ 2026 ເພື່ອພິຈາລະນາຮັບຮອງ.