• ກະຊວງການເງິນ
  • |
  • 2026-09-15
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 14 ກັນຍາ 2026, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ຂຶ້ນ ໂດຍການເປັນປະທານ ສະຫາຍ ສັນຕິພາບ ພົມວິຫານກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ສະຫາຍ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອ ເຜີຍແຜ່ ແລະ ເຊື່ອມຊຶມ ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ເຜີຍແຜ່ ເອກະສານມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ພ້ອມທັງ ແນະນໍາມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງ (ສະບັບປັບປຸງ) ແລະ ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານ ແຂ່ງຂັນ-ຍ້ອງຍໍ (ສະບັບປັບປຸງ) ແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງທຸກຂັ້ນກໍາແໜ້ນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ.

       ໃນໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງກົດລະບຽບພັກ ສະໄໝທີ XII ເຊິ່ງເປັນເຂັມທິດເຍືອງທາງໃນການປັບປຸງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມທັງ ເນັ້ນໜັກທິດຊີ້ນໍາສໍາຄັນຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໃນຫຼາຍດ້ານ ເປັນຕົ້ນ ແມ່ນການຍົກສູງບົດບາດການນໍາພາ ແລະ ແກ້ໄຂປະກົດການຫຍໍ້ທໍ້, ວຽກງານພະນັກງານ ແລະ ການປັບປຸງກົງຈັກ ແລະ  ກໍານົດມາດຕະຖານການຍ້ອງຍໍໃຫ້ຈະແຈ້ງ ອີງໃສ່ຜົນງານຕົວຈິງ.

       ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານຈັດຕັ້ງຂອງຂະແໜງການເງິນ, ສະຫາຍ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄລຍະປີ 2026-2030, ຮີບຮ້ອນກໍານົດຕໍາແໜ່ງງານໃຫ້ສໍາເລັດເພື່ອແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ; ພ້ອມທັງຮຽກຮ້ອງໃຫ້ບັນດາກົມ ເລັ່ງສະຫຼຸບບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2025 ແລະ ດໍາເນີນການປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ ໃຫ້ສໍາເລັດທັນກໍານົດເວລາ.

       ໃນຕອນທ້າຍກອງປະຊຸມ, ສະຫາຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງການເງິນ ຈົ່ງເຊີດຊູຄວາມຮັບຜິດຊອບ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານຕົວຈິງ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ