ຄະນະຜູ້ແທນ ກົມພາສີ ແລະ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ແຫ່ງ ສປປ ລາວ, ນຳພາໂດຍ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ແລະ ທ່ານ ອານຸສັກ ສີສະອາດ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປພົບປະ ແລະ ເຮັດວຽກ ຮ່ວມກັບ ກະຊວງ ພາສີ ສປ ຈີນ ກ່ຽວກັບການຄຸ້ມຄອງວຽກງານພາສີເປັນທັນສະໄໝ ດ້ວຍລະບົບ (Smart Customs) ທີ່ ນະຄອນຫຼວງປັກກິ່ງ, ນະຄອນ ທຽນຈິງ ແລະ ນະຄອນ ໜານໜິງ ປະເທດ ສປ ຈີນ.
ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານພາສີເປັນທັນສະໄໝ ດ້ວຍລະບົບ (Smart Customs) ແລະ ການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການກວດກາສິນຄ້ານໍາເຂົ້າ-ສົ່ງອອກ ຢູ່ດ່ານທ່າເຮືອ, ສະໜາມບິນ, ທາງລົດໄຟ ແລະ ດ່ານຊາຍແດນ.
![]() | ![]() |
ທັງສອງຝ່າຍ ໄດ້ນຳສະເໜີພາບລວມກ່ຽວການຈັດຕັ້ງປະຕິບັດ ກົນໄກການຄຸ້ມຄອງ ແລະ ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງວຽກງານພາສີ. ໂດຍເນັ້ນເຖິງຂໍ້ລິເລີ່ມໃນການພັດທະນາລະບົບທັນສະໄໝ, ການນຳໃຊ້ຂໍ້ມູນໃນການວິເຄາະຄວາມສ່ຽງ, ການກວດກາສິນຄ້າດ້ວຍເຄື່ອງມືທັນສະໄໝ, ການນຳໃຊ້ AI ເຂົ້າໃນການກວດກາຂໍ້ມູນສິນຄ້າ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.

ຈາກນັ້ນ ຄະນະຝ່າຍລາວ ໄດ້ເດີນທາງໄປສຶກສາ ແລະ ເບິ່ງການປະຕິບັດວຽກງານຕົວຈິງຂອງ ພາສີ ສປ ຈີນ ຢູ່ທີ່ຫ້ອງການພາສີ ນະຄອນຫຼວງ ປັກກິ່ງ, ຫ້ອງການພາສີ ຊິງກາງ ນະຄອນ ທຽນຈິງ ແລະ ດ່ານຊາຍແດນມິດຕະພາບ ຈີນ-ຫວຽດນາມ ນະຄອນ ໜານໜິງ.
ການລົງສຶກສາ ແລະ ເບິ່ງວຽກຕົວຈິງຢູ່ແຕ່ລະຈຸດ ຊ່ວຍໃຫ້ຄະນະຝ່າຍລາວ ເຫັນເຖິງການນຳໃຊ້ລະບົບ ແລະ ເຕັກໂນໂລຊີທັນສະໄໝຂອງພາສີ ສປ ຈີນ ທີ່ມີຄວາມລໍ້າໜ້າ ເຂົ້າໃນການຄຸ້ມຄອງ ແລະ ກວດກາສິນຄ້າເຂົ້າ-ອອກຜ່ານດ່ານ ຂອງເຈົ້າໜ້າທີ່ພາສີ ສປ ຈີນ ຢ່າງມີປະສິດທິພາບ, ທັນສະໄໝ, ມີຄວາມໂປ່ງໃສ, ຮັບປະກັນດ້ານສຸຂະພາບໃຫ້ແກ່ຜູ້ບໍລິໂພກ (ຜູ້ຊົມໃຊ້).

ການພົບປະ ແລະ ເຮັດວຽກໃນຄັ້ງນີ້ ນອກຈາກເປັນການຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ກ່ຽວກັບການຄຸ້ມຄອງວຽກງານພາສີ ເປັນທັນສະໄໝ ດ້ວຍລະບົບ (Smart Customs)ແລ້ວ, ຍັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ, ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ກົມພາສີ, ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງ ພາສີ ສປ ຈີນ, ໂດຍສະເພາະການແລກປ່ຽນຄວາມຮູ້ ກ່ຽວກັບການຄຸ້ມຄອງວຽກງານພາສີ, ການພັດທະນາລະບົບທັນສະໄໝເຂົ້າໃນວຽກງານພາສີ (Smart Customs) ແລະ ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານພາສີ.


