ວັນທີ 7 ກັນຍາ 2026 ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ (ແຂວງຫຼວງພະບາງ), ຄັງເງິນແຫ່ງລັດ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈຳປີ 2026 ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນໍາ ໂດຍ ທ່ານ ປອ ນາງ ວົງພະຈັນ ວົງປະດິດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີຕາງໜ້າພະແນກຄັງເງິນແຫ່ງລັດ, ຄະນະຮັບຜິດຊອບ, ນັກວິທະຍາກອນຈາກຄັງເງິນແຫ່ງລັດ, ບໍລິສັດຜູ້ພັດທະນາລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ (LIFMIS), ພ້ອມດ້ວຍນັກສໍາມະນາກອນຈາກຄັງເງິນປະຈໍາແຂວງ 06 ແຂວງ, ຄັງເງິນປະຈໍາເມືອງ 17 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 5 ວັນເຕັມ (ວັນທີ 7–11 ກັນຍາ 2026) ເຊິ່ງຈັດຕັ້ງປະຕິບັດຕາມແຜນພັດທະນາຂະແໜງຄັງເງິນ ໄລຍະ 5 ປີ ທີ່ກຳນົດໃຫ້ພະນັກງານ-ລັດຖະກອນຄັງເງິນ ຕ້ອງໄດ້ຮັບການຝຶກອົບຮົມວິຊາສະເພາະຢ່າງນ້ອຍ 40 ຊົ່ວໂມງ/ຄົນ/ປີ. ຈຸດປະສົງຕົ້ນຕໍແມ່ນເພື່ອ ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ໃຫ້ແກ່ບຸກຄະລາກອນ ເປັນບາດກ້າວສຳຄັນໃນການຕັດສິນຜົນສໍາເລັດຂອງການປະຕິບັດໜ້າທີ່ວຽກງານ ແລະ ເສີມຂະຫຍາຍການຫັນເປັນດິຈິຕອນ ໃຫ້ແກ່ວຽກງານການເງິນພາກລັດ ໃຫ້ມີຄວາມເຂັ້ມແຂງທັນສະໄໝ, ໂປ່ງໃສ ແລະ ກວດສອບໄດ້.
![]() | ![]() |
ການຝຶກອົບຮົມ ໄດ້ສຸມໃສ່ການປະຕິບັດຕົວຈິງ ໃນການນໍາໃຊ້ ລະບົບຂໍ້ມູນຂ່າວສານ ການເງິນພາກລັດ (LIFMIS) ຢ່າງເລິກເຊິ່ງ ທັງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍມີເນື້ອໃນສຳຄັນ ຄື:
- ການເຜີຍແຜ່ບັນດານິຕິກຳທີ່ຕິດພັນກັບວຽກງານຄັງເງິນ.
- ລະບົບການຊໍາລະ: ຮູບແບບບັນຊີລວມສູນ (TSA) ແລະ ການຊໍາລະລາຍຈ່າຍງົບປະມານຜ່ານບັນຊີ TSA.
- ການນໍາໃຊ້ລະບົບ LIFMIS ບັນທຶກບັນຊີລາຍຮັບ, ປະຕິບັດລາຍຈ່າຍ, ເງິນຝາກຄັງເງິນ ແລະ ການສ້າງບົດລາຍງານການເງິນ.
- ການນໍາໃຊ້ບັດ Smart Cash, ລະບົບລາຍເຊັນເອເລັກໂຕຣນິກ ແລະ ວຽກງານບັນຊີຄັງເງິນແຫ່ງລັດ.

ໃນພິທີ ດັ່ງກ່າວ, ທ່ານ ປອ ນາງ ວົງພະຈັນ ວົງປະດິດ ໄດ້ໃຫ້ກຽດໂອ້ລົມມີຄໍາເຫັນຕໍ່ຊຸດຝຶກອົບຮົມດັ່ງກ່າວ ໂດຍ ໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກທ່ານ ເສີມຂະຫຍາຍຄວາມເປັນເຈົ້າການ, ຕັ້ງໜ້າແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ຄັງເງິນແຫ່ງລັດ ບັນດາແຂວງ ເພື່ອນໍາເອົາຄວາມຮູ້ທີ່ໄດ້ຮັບ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ.

