• ກະຊວງການເງິນ
  • |
  • 2026-09-07
  • |
  • ວຽກວິຊາສະເພາະ

       ໃນວັນທີ 07 ກັນຍາ 2026, ກະຊວງການເງິນ ຮ່ວມກັບ ບໍລິສັດ AIDC tech ໄດ້ຈັດ ຊຸດຝືກອົບຮົມວຽກງານ ການນຳໃຊ້ລະບົບຄຸ້ມຄອງເອກະສານແບບອີເລັກໂຕນິກ I-office Plus, ໂດຍການເປັນປະທານ ຂອງ  ທ່ານ ວິໄລພອນ ປຸ້ຍດວງແກ້ວ ຮອງຫົວໜ້າຫ້ອງການກະຊວງການເງິນ, ໂດຍມີ ທ່ານ ເຈສະດາ ອຸດົມ ຫົວໜ້າຜູ້ຮັບຜິດຊອບໂຄງການ I-office ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນ ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

        ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ເພື່ອຍົກລະດັບໃຫ້ພະນັກງານລັດຖະກອນ  ບັນດາກົມ-ທຽບເທົ່າກົມ, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ ແລະ ສະຖາບັນເສດຖະກິດ-ການເງິນ ນໍາໃຊ້ລະບົບໃໝ່ I-Office Plus (ທີ່ໄດ້ຮັບການຍົກລະດັບ ແລະ ພັດທະນາມາຈາກລະບົບເກົ່າ I-Office) ເພື່ອຄວາມເປັນເອກະພາບໃນການເລີ່ມຈັດຕັ້ງປະຕິບັດຮ່ວມກັນ ໃຫ້ມີປະສິດທິພາບໃນການຈັດຕັ້ງປະຕິບັດງານຕົວຈິງ.

       ໃນປັດຈຸບັນ, ການຫັນເປັນດີຈີຕອນ (Digital Transformation) ໄດ້ກາຍເປັນຍຸດທະສາດທີ່ເປັນບຸລິມະສິດ ຂອງລັດຖະບານ ເພື່ອຍົກສູງການຈັດຕັ້ງປະຕິບັດວຽກງານທາງລັດຖະກອນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນ ໃນການຄຸ້ມຄອງ-ບໍລິຫານວຽກງານຕ່າງໆ.

       ໂອກາດນີ້ ທ່ານ ວິໄລພອນ ປຸ້ຍດວງແກ້ວ ຮອງຫົວໜ້າຫ້ອງການກະຊວງການເງິນ ໄດ້ມີຄຳເຫັນເນັ້ນ ຄວາມສຳຄັນໃນການພັດທະນາ ການນໍາໃຊ້ລະບົບດັ່ງກ່າວໃຫ້ມີປະສິທິພາບສູງ ໂດຍໃຫ້ນັກສຳມະນາກອນ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການຮັບຜິດຊອບ, ເຂົ້າຮ່ວມເຝິກອົບຮົມຄົບຕາມໄລຍະເວລາ, ຮຽນຮູ້ ແລະ ເກັບກ່ຽວເອົາຄວາມຮູ້ ດ້ານເຕັກນິກການນໍາໃຊ້ລະບົບ I-Office Plus ຈາກຄູເຝິກໃຫ້ໄດ້ຫຼາຍທີ່ສຸດ ພ້ອມທັງ ແລກປ່ຽນ ກ່ຽວກັບການນໍາໃຊ້ ຕໍ່ຄະນະຮັບຜິດຊອບ ເພື່ອໃຫ້ຄໍາແນະນໍາ ແລະ ພາຍຫຼັງສິ້ນສຸດການເຝິກອົບຮົມຊຸດນີ້, ຂໍໃຫ້ບັນດາທ່ານ ນໍາເອົາຄວາມຮູ້ຈາກການເຝິກອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍ ໃຫ້ແກ່ພະນັກງານພາຍໃນກົມກອງ ຂະແໜງການຂອງຕົນ ເພື່ອຄວາມພ້ອມໃນການຈັດຕັ້ງປະຕິບັດນໍາໃຊ້ຢ່າງເປັນທາງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ