• ກົມພາສີ
  • |
  • 2026-09-04
  • |
  • ວຽກຮ່ວມມື

     ວັນທີ 4 ກັນຍາ 2026 ນີ້, ກົມພາສີ ກະຊວງການເງິນ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ສະບັບປັບປຸງຂຶ້ນ ເພື່ອເພີ່ມທະວີຄວາມເຂັ້ມແຂງໃນການປະສານງານ, ຍົກລະດັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ທັນກັບສະພາບການໃນປັດຈຸບັນ.

 

 

     ການລົງນາມ MOU ສະບັບປັບປຸງໃນຄັ້ງນີ້ (ແມ່ນການພັດທະນາຕໍ່ຍອດມາຈາກສະບັບປີ 2015) ມີຈຸດປະສົງຫຼັກເພື່ອ: ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ 2020) ແລະ ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ 2024) ໃຫ້ເກີດຜົນເປັນຈິງ, ຍົກລະດັບການປະສານງານ ໂດຍການກຳນົດຫຼັກການ, ວິທີການ, ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບຮ່ວມກັນ ໃຫ້ມີຄວາມເປັນລະບົບ, ວ່ອງໄວ, ປອດໄພ ແລະ ທັນສະພາບການ, ແລກປ່ຽນຂໍ້ມູນຂ່າວສານ ໂດຍການສ້າງກົນໄກການເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນທາງດ້ານການເງິນ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍລະຫວ່າງ ສອງຝ່າຍໃຫ້ກົມກ່ຽວ.

 

 

     ຜ່ານການຈັດຕັ້ງປະຕິບັດ ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຜ່ານມາ. ກົມພາສີ ໄດ້ຕັ້ງໜ້າຜັນຂະຫຍາຍແຜນງານ ຜ່ານ 6 ກຸ່ມວຽກງານສຳຄັນ ຄື: ວຽກງານຄຸ້ມຄອງຊາຍແດນ, ນິຕິກຳ, ການເກັບກຳສະຖິຕິ, ໂຄສະນາເຜີຍແຜ່, ສ້າງຄວາມສາມາດ ແລະ ວຽກງານສືບສວນ-ສອບສວນ ບັງຄັບໃຊ້ກົດໝາຍ, ເຊິ່ງການປັບປຸງ MOU ໃນຄັ້ງນີ້ ຈະຍິ່ງເປັນບາດກ້າວສຳຄັນທີ່ເຮັດໃຫ້ເນື້ອໃນການຮ່ວມມືມີຄວາມຮັດກຸມ, ສອດຄ່ອງກັບນິຕິກຳປະຈຸບັນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບສູງສຸດ.

 

     

    ພິທີດັ່ງກ່າວ ໃຫ້ກຽດລົງນາມໂດຍ ທ່ານ ປອ ພູເຂົາຄໍາ ວັນນະວົງໄຊ, ຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ, ມີບັນດາແຂກຖືກເຊີນ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັນຂີພິຍານ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ