ໃນຕອນບ່າຍວັນທີ 03 ກັນຍາ 2026 ທີ່ພະແນກການເງິນ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມລົງຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 8 ເດືອນ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2026, ໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ, ເຊິ່ງມີ ທ່ານ ວຽງສາລີ ອີນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼງ ແລະ 3 ຂະແໜງສາຍຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ແຜນງົບປະມານແຫ່ງລັດປະຈຳປີ 2026, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ເພື່ອຫັນປ່ຽນຢ່າງຮອບດ້ານ ຕາມທິດເຂັ້ມແຂງ, ສີຂຽວ ແລະ ຍືນຍົງ.
![]() |
![]() | ![]() | ![]() |
ຜ່ານການລາຍງານ ແລະ ປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ, ເຊິ່ງໄດ້ສ່ອງແສງລາຍງານ ດ້ານດີ-ຜົນສໍາເລັດ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ ຜ່ານມາ. ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນຊີ້ນໍາບາງຈຸດ ເພື່ອໃຫ້ຄະນະພັກ, ຄະນະນໍາ, ພະນັກງານ-ລັດຖະກອນພະແນກການເງິນນະຄອນຫຼວງວຽງຈັນ ເອົາໃຈໃສ່ບາງວຽກງານຈຸດສຸມ ດັ່ງນີ້:
- ການຄຸ້ມຄອງລາຍຮັບ-ລາຍຈ່າຍ: ເພີ່ມທະວີການຈັດເเก็บລາຍຮັບຄ່າທຳນຽມ ແລະ ຄ່າບໍລິການວິຊາການຜ່ານລະບົບ D-Filing ພ້ອມທັງຄວບຄຸມລາຍຈ່າຍຜ່ານລະບົບ LIFMIS ຢ່າງເຂັ້ມງວດ;
- ວຽກງານພາສີ: ເລັ່ງການນຳໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢູ່ດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1, ພ້ອມທັງເກັບຄ່າທຳນຽມຜ່ານລະບົບ Finpass;
- ວຽກງານສ່ວຍສາອາກອນ: ຕິດຕັ້ງ E-Tax-Invoice ແລະ D-Filing ໂດຍສຸມໃສ່ ໂຮງແຮມ, ຮ້ານອາຫານ, ຄາເຟ່ ແລະ ບ້ານພັກ ພ້ອມຕິດຕາມກວດກາຜ່ານລະບົບ ireport;
- ການຫັນເປັນທັນສະໄໝ: ມອບໃຫ້ພະແນກການເງິນນະຄອນຫຼວງວຽງຈັນ ເປັນໃຈກາງໃນການເຜີຍແຜ່ ແລະ ຊຸກຍູ້ການນຳໃຊ້ລະບົບ LIFMIS ໃຫ້ກວມລວມບັນດາພະແນກການ ແລະ ເມືອງອ້ອມຂ້າງ;
- ວຽກງານຄັງເງິນແຫ່ງລັດ: ຊຸກຍູ້ການປະຕິບັດລາຍຈ່າຍຜ່ານ TSA, ຕິດຕາມການໃຊ້ບັດ Smart Cash ຂອງບັນດາຫົວໜ່ວຍງົບປະມານ ແລະ ສົມທຽບຕົວເລກລາຍຮັບທຸກໆ ເດືອນ.

ກອງປະຊຸມຄັ້ງນີ້, ຖືເປັນບາດກ້າວສຳຄັນໃນການເພີ່ມທະວີການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2026 ກໍຄືນະຄອນຫຼວງວຽງຈັນ ໃຫ້ບັນລຸໄດ້ຄາດໝາຍສູ້ຊົນທີ່ກໍານົດໄວ້.




