ໃນລະຫວ່າງ ວັນທີ31 ສິງຫາ ຫາ 3 ກັນຍາ 2026, ພະນະທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວພົບປະທາງການ ທີ່ ນະຄອນຫຼວງມິນ, ສາທາລະນະລັດ ເບລາຣຸດຊີ.

ການເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ມູນເຊື້ອສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ເບລາຣຸດຊີ ທີ່ມີມາຢ່າງຍາວນານ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການຂົນຂວາຍ, ຍາດແຍ່ງ, ດຶງດູດການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ທ່ອງທ່ຽວ ແລະ ຂະແໜງການບູລິມະສິດອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ໃຫ້ເກີດດອກອອກຜົນຕົວຈິງ.
![]() | ![]() |
ໃນໄລຍະການເຄື່ອນໄຫວພົບປະເຮັດວຽກຢູ່ ສ. ເບລາຣູດຊີ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ ກັບ ບັນດາການນຳຂັ້ນສູງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ-ສັງຄົມທີ່ສຳຄັນຂອງ ເບລາຣຸດຊີ ດັ່ງນີ້:
- ພົບປະສອງຝ່າຍ ກັບ ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສ. ເບລາຣຸດຊີ ເພື່ອທົບທວນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ.
- ພົບປະສອງຝ່າຍ ກັບ ທ່ານ ປະທານທະນາຄານພັດທະນາ ສ. ເບລາຣຸດຊີ (ທັງເປັນປະທານຄະນະກຳມາທິການຮ່ວມມືສອງຝ່າຍ ເບລາຣຸດຊີ-ລາວ) ເພື່ອປຶກສາຫາລື ແລະ ທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການຮ່ວມມື ໃນແຕ່ລະຂະແໜງການ ທີ່ໄດ້ລົງນາມຮ່ວມກັນ ລວມທັງກົນໄກການຮ່ວມມືທາງດ້ານການເງິນ, ສິນເຊື່ອ ແລະ ວາງແຜນການຈັດກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ຄັ້ງທີ V
- ພົບປະສອງຝ່າຍ ກັບ ທ່ານ ລັດຖະມົນຕີກະຊວງການເງິນ ແຫ່ງ ສ. ເບລາຣຸດຊີ ເພື່ອແລກປ່ຽນບົດຮຽນ, ປະສົບການ, ການບໍລິຫານ-ປັບປຸງການເງິນພາກລັດ ແລະ ຊອກຫາຊ່ອງທາງຮ່ວມມືດ້ານນະໂຍບາຍການເງິນ-ງົບປະມານ ລະຫວ່າງ ສອງກະຊວງການເງິນ ລາວ-ເບລາຣຸດຊີ .
- ພົບປະ ກັບ ທ່ານ ປະທານສະມາຄົມມິດຕະພາບ ເບລາຣຸດຊີ-ລາວ ເພື່ອຮັດແໜ້ນການທູດພາກປະຊາຊົນ, ເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ຊຸກຍູ້ການແລກປ່ຽນວັດທະນະທຳ-ທ່ອງທ່ຽວ ລະຫວ່າງ ປະຊາຊົນສອງຊາດ.
- ພົບປະ ກັບ ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສ. ເບລາຣຸດຊີ ເພື່ອຊຸກຍູ້ການຈັບຄູ່ທຸລະກິດ, ສົ່ງເສີມການຄ້າ ແລະ ດຶງດູດການລົງທຶນຈາກພາກເອກະຊົນຂອງ ສ. ເບລາຣຸດຊີ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

ພ້ອມນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ຢ້ຽມຢາມໂຮງງານອຸດສາຫະກຳ ແລະ ສະຖານທີ່ ສຳຄັນທາງປະຫວັດສາດ ຂອງ ນະຄອນຫຼວງມິນ ເຊັ່ນ: ໂຮງງານຜະລິດອຸດສາຫະກຳເບົາ (OJSC Kamvol); ຫໍພິພິດທະພັນແຫ່ງຊາດ ປະຫວັດສາດ ສົງຄາມປ້ອງກັນປະຕຸພູມ, ແລະ ຫໍສະມຸດແຫ່ງຊາດ ສ. ເບລາຣຸດຊີ.

ການເຄື່ອນໄຫວພົບປະເຮັດວຽກຂອງ ພະນະທ່ານ ຮອງນາຍົກລັດຖະມົນຕີ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິີນ ພ້ອມດ້ວຍຄະນະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ອັນສະໜິດສະໜົມ ແລະ ມີເນື້ອໃນທີ່ໜັກແໜ້ນ ຊື່ງເປັນນິມິດໝາຍອັນສຳຄັນ ແລະ , ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທັງສອງລັດຖະບານຝ່າຍ ໃນການຍົກລະດັບການພົວພັນຮ່ວມມື ລາວ-ເບລາຣຸດຊີ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງສຸດ.

