• ຂ່າວທ້ອງຖິ່ນ
  • |
  • 2026-09-04
  • |
  • ວຽກວິຊາສະເພາະ

      ໃນວັນທີ 3 ກັນຍາ 2026 ນີ້, ທີ່ຫ້ອງການ-ການເງິນເມືອງ ນາຊາຍທອງ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງການເງິນຕາແສງຜ່ານທາງເອເລັກໂຕຣນິກ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນຊູ ພະວິເສດ  ປະທານຄະນະກໍາມະການປົກຄອງເມືອງນາຊາຍທອງ ແລະ ທ່ານ ສິງຄໍາ ເຢຍລີເຮີ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ; ມີຫົວໜ້າຫ້ອງການ-ການເງິນເມືອງ, ຕາງໜ້າຂະແໜງການທີ່ກ່ຽວຂ້ອງ, ພະນັກງານ ແລະ ໜ່ວຍງານເສດຖະກິດ-ການເງິນຈາກ ຕາແສງສີເກີດ, ຕາແສງອິໄລ ແລະ ຕາແສງໂພນທອງ ເຂົ້າຮ່ວມ.

 

       ການຫັນວຽກງານການເງິນຕາແສງ ເຂົ້າສູ່ລະບົບທັນສະໄໝ  ເປັນບາດກ້າວຫັນປ່ຽນທີ່ມີຄວາມສຳຄັນຢ່າງຍິ່ງ ການພັດທະນາເສດຖະກິດ-ສັງຄົມ, ການຫັນຕາແສງສູ່ລະບົບທັນສະໄໝ ແມ່ນເພື່ອເພີ່ມປະສິດທິພາບການຄຸ້ມຄອງ ແລະ ບໍລິຫານ ຊ່ວຍເຊື່ອມໂຍງ ຂໍ້ມູນຂ່າວສານລະຫວ່າງຂັ້ນສູນກາງ, ເມືອງ ແລະ ຕາແສງ ໃຫ້ເປັນລະບົບດຽວ ຫຼຸດຜ່ອນຄວາມຊັກຊ້າໃນການສົ່ງຕໍ່ເອກະສານ ແລະ ການລາຍງານຜົນ, ມີຄວາມຖືກຕ້ອງ ແລະ ເປັນຖານຂໍ້ມູນ ອຳນວຍຄວາມສະດວກໃນການເກັບກຳຂໍ້ມູນ ໃຫ້ມີຄວາມຊັດເຈນ, ຫຼຸດຜ່ອນຂັ້ນຕອນເອກະສານທີ່ຫຍຸ້ງຍາກ ມີເສີມຄວາມໂປ່ງໃສ ແລະ ສະດວກໃນການຕິດຕາມກວດກາການຈັດຕັ້ງປະຕິບັດຕ່າງໆ 

 

       ໃນພິທີດັ່ງກ່າວ, ທ່ານ ທອງແດງ ສຸດທິວົງ ຫົວໜ້າຂະແໜງຄຸ້ມຄອງການບັນຊີ ພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ສະເໜີແນະນໍາກ່ຽວກັບວິທີການນໍາໃຊ້ລະບົບຜ່ານເວັບໄຊ fdvcsubdistrict.la ໂດຍເລີ່ມແຕ່ລະຂັ້ນຕອນ ເປັນຕົ້ນ ຮຽນຮູ້ການເຂົ້ານໍາໃຊ້ລະບົບ, ວິທີການອອກໃບບິນຮັບເງິນ, ການຊໍາລະເງິນຜ່ານລະບົບທະນາຄານ ລວມທັງວິທີກວດກາບັນຊີປະຈໍາວັນຂອງຕາແສງ ແລະ ການສະຫຼຸບລາຍງານ. ທັງນີ້, ກໍເພື່ອໃຫ້ບັນດາພະນັກງານ, ໜ່ວຍງານທີ່ກ່ຽວຂ້ອງຂອງບັນດາຕາແສງຕ່າງໆ...ໄດ້ຮັບຮູ້, ເຂົ້າໃຈການນໍາໃຊ້ລະບົບດັ່ງກ່າວ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພະນັກງານຕາແສງປະຕິບັດເກັບລາຍຮັບຂອງບັນດາຕາແສງເຂົ້າງົບປະມານໄດ້ຢ່າງສະດວກ ແລະ ມີຄວາມວ່ອງໄວ ທັນສະໄໝ, ສາມາດກວດສອບໄດ້. ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງວຽກງານຕາແສງ.

 

      

       ໂອກາດດັ່ງກ່າວ, ຄະນະປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພາະຈະຊ່ວຍໃຫ້ພະນັກງານສາມາດລົງຂໍ້ມູນ, ສ້າງແຜນງົບປະມານ ແລະ ຈົດຮັບ-ຈົດຈ່າຍ ໄດ້ຢ່າງຖືກຕ້ອງ, ຮັບປະກັນໃຫ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ມີຄວາມຄົບຖ້ວນ ແລະ ສາມາດກວດສອບໄດ້, ສ້າງຄວາມເຂັ້ມແຂງໃຫ້ແກ່ງົບປະມານຂັ້ນຮາກຖານທ້ອງຖິ່ນ ແລະ ເພີ່ມປະສິດທິພາບການບໍລິຫານວຽກງານການເງິນ ໃຫ້ມີຄວາມວ່ອງໄວຫຼຸດຜ່ອນຊ່ອງຫວ່າງ ການຮົ່ວໄຫຼ ແລະ ນໍາເອົາລາຍຮັບເຂົ້າງົບປະມານເພື່ອນຳໄປສ້າງສາພັດທະນາປະເທດຊາດຢ່າງຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ