ວັນທີ 02 ກັນຍາ 2026 ນີ້, ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳລວມການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນໍາ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ ເພື່ອຮ່ວມກັນປຶກສາຫາລື ແລະ ກຳນົດທິດທາງຍຸດທະສາດການລະດົມທຶນ ເພື່ອການພັດທະນາແບບຍືນຍົງ.

ຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ແມ່ນກົນໄກການປະສານງານໜຶ່ງ ທີ່ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ໃນປີ 2025, ໜ້າທີ່ຂອງຈຸດເຊື່ອມສານດັ່ງກ່າວແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານ, ການລະດົມທຶນ, ໃຫ້ຄໍາແນະນໍາດ້ານນະໂຍບາຍ ແລະ ຈັດສັນການນໍາໃຊ້ງົບປະມານ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ຢ່າງມີປະສິດທິຜົນ, ໃຫ້ສອດຄ່ອງກັນ ບັນດາບູລິມະສິດການພັດທະນາແຫ່ງຊາດ, ລວມທັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ແລະ ແຜນງານແຫ່ງຊາດ ກ່ຽວກັນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NAP).
ໃນກອງປະຊຸມ, ທ່ານ ປອ. ສິດທິຣົດ ຣາຊະພົນ ໄດ້ເນັ້ນໜັກວ່າ ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຄວາມຍືນຍົງ ແມ່ນບັນຫາຮີບດ່ວນລະດັບໂລກ ຂອງການພັດທະນາໃນຍຸກປັດຈຸບັນ ສຳລັບ ສປປ ລາວ, ໂດຍສະເພາະໃນລະດູຝົນມັກເກີດໄພພິບັດ ທາງທຳມະຊາດ ໃນຫຼາຍເຂດແຂວງ ເຊິ່ງສົ່ງຜົນກະທົບຕໍ່ການສູນເສຍທາງເສດຖະກິດຫຼາຍສົມຄວນ.
![]() | ![]() |
ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ສ້າງມາດຕະການຕ່າງໆ ເພື່ອຮັບມື; ໂດຍຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຕາມແຜນງານຮ່ວມຂອງອົງການສະຫະປະຊາຊາດເພື່ອການພັດທະນາ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງ ແລະ ສຸມໃສ່ປຶກສາຫາລືໃນ 3 ວຽກຫຼັກ ຄື:
1. ນໍາສະເໜີບົດບາດ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໃນໄລຍະຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ;
2. ຮ່າງ ຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030). ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງ ການສະເໜີກົນໄກການລະດົມທຶນ ແລະ ການລົງທຶນ ໃນວຽກງານການປ່ຽນແປງດິນຟ້າອາກາດ ແລະ ການເຕີບໂຕສີຂຽວຂອງ ສປປ ລາວ (Climate Resilient and Green Investment Platform ຫຼື CRGIP).
3. ປຶກສາຫາລືແຜນການເຄື່ອນໄຫວ ແຕ່ນີ້ຮອດທ້າຍປີ 2026 ແລະ ແຜນປີ 2027.
![]() | ![]() |
ໃນຕອນທ້າຍ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ບັນດາກະຊວງ, ຂະແໜງການ ຈະໄດ້ສືບຕໍ່ປະສານສົມທົບກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການເງິນສີຂຽວ ແລະ ການປ່ຽນແປງດິນຟ້າອາກາດ ມີຄວາມສອດຄ່ອງ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບຂຶ້ນຕື່ມ, ພ້ອມທັງ ສະແດງຄວາມຂອບໃຈ ມາຍັງ UNDP ແລະ ADB ທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ.




