• ສະຖາບັນເສດຖະກິດ ແລະ ການເງິນ
  • |
  • 2026-08-31
  • |
  • ວຽກວິຊາສະເພາະ

      ໃນຕອນເຊົ້າຂອງວັນທີ 31 ສິງຫາ 2026, ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ມີພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຄູ-ອາຈານ ຂອງ 03 ສະຖາບັນເສດຖະກິດ-ການເງິນ ປະຈໍາປີ 2026 ທີ່ ຂື້ນກັບກະຊວງການເງິນໂດຍ ການເປັນປະທານຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ໂດຍມີຄະນະກົມ, ຄະນະທັງ 03 ສະຖາບັນເສດຖະກິດ-ການເງິນ, ຄະນະວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມ ທັງໝົດ 64 ທ່ານ, ຍິງ 27 ທ່ານ.

      ການຈັດຕັ້ງຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ແລະ ປູພື້ນຖານຄວາມ ຮັບຮູ້-ຄວາມເຂົ້າໃຈ ທີ່ຕິດພັນກັບ 02 ວຽກງານສຳຄັນຄື: 1) ວຽກງານການວາງແຜນ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມ ແລະ 2) ວຽກງານການຂຽນບົດສະເໜີໂຄງການ ແລະ ການປະເມີນໂຄງການລົງທຶນຂອງລັດ.

      ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ ຄູ-ອາຈານ ສາມາດກຳໄດ້ພາບລວມ, ເຂົ້າໃຈຫຼັກການ, ຂັ້ນຕອນ ແລະ ຂະບວນການຈັດຕັ້ງປະຕິບັດຕົວຈິງຢ່າງເລິກເຊິ່ງ ເພື່ອຮັບປະກັນໃຫ້ບັນດາພະນັກງານ ຄູ-ອາຈານນຳເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສິດສອນ, ການຄົ້ນຄວ້າ ແລະ ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນໃນຕໍ່ໜ້າ.

      ສຳລັບຊຸດຝຶກອົບຮົມດັ່ງກ່າວ ແມ່ນຈະໄດ້ດໍາເນີນໄປເປັນເວລາ 10 ວັນເຕັມ (ເລີ່ມແຕ່ວັນທີ 31 ສິງຫາ ເຖິງ 11 ກັນຍາ 2026) ໂດຍໄດ້ແບ່ງເນື້ອໃນການຄົ້ນຄວ້າອອກເປັນ 02 ຊຸດສຳຄັນ ດັ່ງນີ້:

  • ຊຸດຝຶກອົບຮົມທີ 1: ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄື ຄວາມຮູ້ພື້ນຖານຂອງການສ້າງ ແລະ ຄຸ້ມຄອງແຜນພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ການສ້າງແຜນພັດທະນາເສດຖະກິດ-ສັງຄົມແບບມີສ່ວນຮ່ວມ ແລະ  ການວາງແຜນ ແລະ ຄຸ້ມຄອງການລົງທຶນຂອງລັດ.
  • ຊຸດຝຶກອົບຮົມທີ 2: ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ເປັນຕົ້ນ: ພາລະບົດບາດຂອງກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ຄໍາແນະນໍາວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ຄວາມຮູ້ພື້ນຖານກ່ຽວກັບການຄຸ້ມຄອງໂຄງການລົງທຶນຂອງລັດ, ການວິເຄາະບັນຫາທາງດ້ານເສດຖະກິດ-ສັງຄົມ, ການເງິນ ແລະ ສິ່ງແວດລ້ອມ ທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ ແລະ ມາດຖານ, ຂັ້ນຕອນ, ຫຼັກການ ແລະ ການນໍາໃຊ້ບັນດາແບບຟອມຕ່າງໆ ກ່ຽວກັບການຂຽນບົດສະເໜີໂຄງການ ແລະ ປະເມີນໂຄງການລົງທຶນຂອງລັດ.

      ການຝຶກອົບຮົມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດຂອງຂະແໜງ ການເງິນ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນພາກຕົວຈິງໄດ້ຢ່າງມີປະສິດທິຜົນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ