ໃນວັນທີ 28 ສິງຫາ 2026 ທີ່ ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ, ໄດ້ຈັດກອງປະຊຸມຊຸກຍູ້ວຽກງານຮ່ວມມືລາວ-ຈີນ ດ້ານເສດຖະກິດ-ເຕັກນິກ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຈີນ (ຫຄລຈ) ກະຊວງການເງິນ ແລະ ຫ້ອງການ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ນາງ ລີ ສີເຈີນ ທີ່ປືກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໂດຍມີຄະນະຂອງທັງສອງຝ່າຍເຂົ້າຮ່ວມ.
![]() | ![]() |
ກອງປະຊຸມຄັ້ງນີ້ ຖືເປັນກອງປະຊຸມປະຈໍາໄຕມາດທີ 2 ຂອງປີ 2026 ພາຍໃຕ້ກົນໄກການຮ່ວມມືສອງຝ່າຍ ເພື່ອຮ່ວມກັນຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຮ່ວມມື, ໂດຍໄດ້ລົງ ເລິກປຶກສາຫາລື ແລະ ເປັນເອກະພາບກັນໃນຫຼາຍວຽກງານ ເປັນຕົ້ນ:
* ໄດ້ຮີບຮ້ອນຊຸກຍູ້ໃຫ້ບັນດາໂຄງການຊ່ວຍເຫຼືອລ້າ ທີ່ໄດ້ສໍາເລັດການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ໃຫ້ກ້າວໄປສູ່ການລົງນາມສານແລກປ່ຽນກຳນົດເປັນໂຄງການໂດຍໄວ;
* ເພີ່ມທະວີການຕິດຕາມກວດກາບັນດາໂຄງການທີ່ກຳລັງຈັດຕັ້ງປະຕິບັດ ແລະ ໂຄງການທີ່ຢູ່ໃນໄລຍະຮັບປະກັນຄຸນນະພາບ ໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຢ່າງທັນການ.
ເພື່ອເປັນການຜັນຂະຫຍາຍທິດຊີ້ນຳຂອງການນຳຂັ້ນສູງ ສອງຝ່າຍ ລາວ-ຈີນ, ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກໍາລັງຊຸກຍູ້ ແລະ ປະສານງານຮ່ວມກັບຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ລວມທັງພາກສ່ວນກ່ຽວຂ້ອງຂອງລາວ ໃນການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ.
![]() | ![]() |
ພ້ອມນັ້ນ, ເພື່ອຍົກສູງຄວາມວ່ອງໄວໃນການຊຸກຍູ້ແກ້ໄຂວຽກງານນັກລົງທຶນຢູ່ລາວ; ໃນທ້າຍປີນີ້ ຫ້ອງການ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ສົມທົບກັບ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ຈະຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 8 ປະຈໍາປີ 2026, ເປົ້າໝາຍເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ເພື່ອແນ່ໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ.
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ລົງນາມໜັງສືມອບຮັບໂຄງການຮ່ວມກັນ ທັງໝົດ 3 ສະບັບຄື: 1) ໂຄງການຕາໜ່າງ ສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວ; 2) ໜັງສືມອບຮັບ ໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ; ແລະ 3) ໜັງສືມອບ-ຮັບ ທຶນຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ.



