• ສະຖາບັນເສດຖະກິດ ແລະ ການເງິນ
  • |
  • 2026-08-28
  • |
  • ວຽກວິຊາສະເພາະ

        ວັນທີ 28 ສິງຫາ 2026, ທີ່ສະຖາບັນ ເສດຖະກິດ-ການເງິນ ໄດ້ຈັດພິທີປິດຊຸດຝຶກອົບຮົມ ວຽກງານວິຊາສະເພາະຄັງເງິນ ປະຈຳປີ 2026 ຊຸດທີ 1 ຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ວັນເພັງ ກ້ານ ຮອງຫົວໜ້າຄັງເງິນແຫ່ງລັດ.

       ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນມາເປັນເວລາ 05 ວັນເຕັມ ນັບຕັ້ງແຕ່ວັນທີ 24 ຫາ 28 ສິງຫາ 2026. ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 48 ທ່ານ (ຍິງ 32 ທ່ານ) ຊຶ່ງປະກອບມີ ຕາງໜ້າຈາກຄັງເງິນແຫ່ງລັດ 01 ທ່ານ, ຄັງເງິນປະຈຳແຂວງ (06 ແຂວງ) ຈຳນວນ 23 ທ່ານ ແລະ ຄັງເງິນປະຈຳເມືອງ (24 ເມືອງ) ຈຳນວນ 24 ທ່ານ. 

        ການຝຶກອົບຮົມໃນຄັ້ງນີ້ ແມ່ນລົງເລິກໃນຫົວຂໍ້ “ການນໍາໃຊ້ລະບົບ LIFMIS” ພ້ອມທັງຮຽນຮູ້ກ່ຽວກັບບັນດານິຕິກຳທີ່ນຳໃຊ້ໃນວຽກງານຄັງເງິນ, ຮູບແບບບັນຊີລວມສູນ TSA, ການຊຳລະລາຍຈ່າຍງົບປະມານຜ່ານບັນຊີ TSA, ການນຳໃຊ້ບັດ Smart Cash, ລາຍເຊັນເອເລັກໂຕຣນິກ, ການບັນທຶກບັນຊີລາຍຮັບ-ລາຍຈ່າຍ, ບັນຊີເງິນຝາກຄັງເງິນ, ບົດລາຍງານໃນລະບົບ LIFMIS ແລະ ວຽກງານສະສາງບັນຊີທ້າຍປີ. 

ຜ່ານການຈັດຕັ້ງປະຕິບັດ ຜົນການປະເມີນຄວາມຮັບຮູ້ຂອງນັກສຳມະນາກອນ ໂດຍລວມແມ່ນຢູ່ໃນເກນດີ ມີຄະແນນສະເລ່ຍ 75.33/100 ຄະແນນ, ຈັດປະເພດ ດີ 26 ທ່ານ ແລະ ປະເພດ ປານກາງ 22 ທ່ານ. ພ້ອມດຽວກັນນັ້ນ, ຍັງໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນທັງໝົດ 48 ທ່ານ, ມອບໃບຢັ້ງຢືນຄະແນນ ແລະ ຂອງທີ່ລະນຶກ ໃຫ້ແກ່ນັກສຳມະນາກອນທີ່ໄດ້ 3 ອັນດັບຄະແນນສູງສຸດ ຄື: 

  • ອັນດັບ 1: ທ່ານ ນາງ ວິສຸດາ ວິລະວົງ (ຄັງເງິນແຫ່ງລັດປະຈຳແຂວງໄຊສົມບູນ)  
  • ອັນດັບ 2: ທ່ານ ເອກທະສິດ ສີວົງສັກ (ຄັງເງິນແຫ່ງລັດປະຈຳແຂວງໄຊສົມບູນ)  
  • ອັນດັບ 3: ທ່ານ ນາງ ປຸຍ ທຳມະວົງ (ຄັງເງິນແຫ່ງລັດປະຈຳແຂວງບໍລິຄໍາໄຊ)  

       ໃນພິທີປິດ, ທ່ານ ວັນເພັງ ກ້ານ ໄດ້ໃຫ້ທິດຊີ້ນຳເນັ້ນໜັກໃຫ້ນັກສຳມະນາກອນ ນຳເອົາບົດຮຽນ ແລະ ທັກສະທີ່ໄດ້ຄົ້ນຄວ້າຮຽນຮູ້ ໃນຄັ້ງນີ້ ໄປຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຕົວຈິງໃນກົມກອງຂອງຕົນດ້ວຍຄວາມຮັບຜິດຊອບໃຫ້ປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງ ມອບໝາຍໃຫ້ຄະນະວິຊາການຄັງເງິນແຫ່ງລັດສູນກາງ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອທ້ອງຖິ່ນຢ່າງໃກ້ສິດ ເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະຄັງເງິນແຫ່ງລັດຢູ່ຂັ້ນທ້ອງຖິ່ນມີຄວາມເຂັ້ມແຂງຢ່າງເລິກເຊິ່ງ ຕາມທິດຫັນວຽກງານການເງິນແຫ່ງລັດເປັນທັນສະໄໝ. 

© 2025 Copyright: ກະຊວງການເງິນ, ສປປ ລາວ