ໃນວັນທີ 25 ສິງຫາ 2026 ນີ້, ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມ “ສ້າງຄວາມເຂັ້ມແຂງປະເມີນຄວາມພ້ອມໃຫ້ວິທະຍາກອນວຽກງານຄຸ້ມຄອງການປ່ຽນແປງ ແລະ ຝຶກອົບຮົມ (Change Management - CM) ຜ່ານການຈັດຕັ້ງປະຕິບັດລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (IFMIS)” ຂຶ້ນຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ.

ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຊົງຍົດ ສາລະວັນ ຫົວໜ້າພະແນກພັດທະນາບຸກຄະລາກອນ ກົມຈັດຕັ້ງ ກະຊວງການເງິນ, ມີຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນ ຕາງໜ້າຈາກຫ້ອງການ ແລະ ບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.
ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນເປັນເວລາ 4 ວັນ (ວັນທີ 25-28 ສິງຫາ 2026). ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເຮັດໃຫ້ວຽກງານການກະກຽມ ແລະ ຈັດຕັ້ງປະຕິບັດ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະສົບຜົນສໍາເລັດ ຕາມແຜນທີ່ກໍານົດໄວ້ ແລະ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ທັງທາງດ້ານຄວາມຮູ້, ທັກສະ ແລະ ເຄື່ອງມືທີ່ຈໍາເປັນໃນການຄຸ້ມຄອງ ທຸກອົງປະກອບຂອງກິດຈະກໍາ ໃນຂັ້ນທ້ອງຖິ່ນ ຢ່າງມີປະສິດທິພາບ.
![]() | ![]() |
ການມີລະບົບລວມສູນການຄຸມຄອງຂໍ້ມູນຂ່າວສານການເງິນ (IFMIS) ຈະຊ່ວຍຍົກລະດັບຄວາມໂປ່ງໃສ ແລະ ສະກັດກັ້ນ ຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານລັດ. ທັງນີ້ ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ ມີຄວາມສອດຄ່ອງກັບມາດຕະຖານ ແລະ ຖືກຕ້ອງຕາມກົດໝາຍ ຫຼຸດຜ່ອນຂັ້ນຕອນໃນການຈັດຕັ້ງປະຕິບັດ ແລະ ທັງປະຍັດວັດຖຸອຸປະກອບ ຮັບໃຊ້ເຂົ້າໃນວຽກງານລົງຫຼາຍ ເຮັດໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ.

ເນື້ອໃນຫຼັກການຝຶກອົບຮົມ ແມ່ນຈະໄດ້ສຸມໃສ່ການວິເຄາະພາກສ່ວນກ່ຽວຂ້ອງ ແລະ ຍຸດທະສາດການມີສ່ວນຮ່ວມໃນລະບົບ IFMIS, ການວິເຄາະຄວາມຕ້ອງການຝຶກອົບຮົມ (TNA) ແລະ ການວິເຄາະຊ່ອງຫວ່າງຄວາມສາມາດ, ທັກສະວິທະຍາກອນສຳລັບການປະເມີນຄວາມພ້ອມວຽກງານການປ່ຽນແປງ (CRA), ທັກສະການຄຸ້ມຄອງເຄືອຂ່າຍຕົວແທນການປ່ຽນແປງ (CAN) ແລະ ການວາງແຜນປະຕິບັດງານ.

ໃນກອງປະຊຸມຝຶກອົບຮົມ, ທ່ານ ຊົງຍົດ ສາລະວັນ ໄດ້ເນັ້ນໜັກໃຫ້ສໍາມະນາກອນທຸກທ່ານ ຖືເອົາໂອກາດນີ້ ເກັບກ່ຽວຄວາມຮູ້, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງນໍາວິທະຍາກອນ ຜູ້ທີ່ມີຄວາມຮູ້-ຄວາມສາມາດ ແລະ ມີຄວາມຊຽວຊານໃນວຽກງານດັ່ງກ່າວ ໃຫ້ຫຼາຍທີ່ສຸດ ແລະ ພ້ອມທັງເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມ ຕັ້ງແຕ່ຕົ້ນຈົນສໍາເລັດການຝຶກອົບຮົມ ຕາມຫົວຂໍ້ທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ແລະ ໃຫ້ຄະນະຮັບຜິດຊອບຕິດຕາມຢ່າງໃກ້ຊິດ ເພື່ອໃຫ້ຊຸດຝຶກອົບຮົມດັ່ງກ່າວ ບັນລຸຜົນສຳເລັດຕາມຄາດໝາຍ.
![]() | ![]() |



