• ກະຊວງການເງິນ
  • |
  • 2026-08-26
  • |
  • ວຽກຮ່ວມມື

ໃນວັນທີ 26 ສິງຫາ 2026, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງ ທ່ານ ຊານເຈ ວິເຈເຊເກຣາ (Mr. Sanjay Wijesekera) ຜູ້ອໍານວຍການອົງການ ສປຊ ສໍາລັບເດັກ (UNICEF) ປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


 

ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ການເປັນຄູ່ຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລັດຖະບານ ສປປ ລາວ (ກະຊວງການເງິນ) ແລະ UNICEF ຜ່ານມາ ໄດ້ໃຫ້ການສະໜັບສະໜູນທັງດ້ານນະໂຍບາຍ, ວິຊາການ, ລະບົບສາທາລະນະສຸກ, ວັກແຊັງ, ໂພຊະນາການ, ການສຶກສາ, ນໍ້າສະອາດ ແລະ ການປົກປ້ອງສັງຄົມ.


ສໍາລັບບູລິມະສິດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ແມ່ນຈະສືບຕໍ່ຍົກສູງປະສິດທິພາບການຈັດສັນງົບປະມານ, ໂປ່ງໃສ ແລະ ກວດສອບໄດ້ ໂດຍສะເພາະການລົງທຶນໃນໄລຍະ 1,000 ວັນທໍາອິດຂອງຊີວິດ ເຊິ່ງເປັນໄລຍະສໍາຄັນຂອງການພັດທະນາຮ່າງກາຍ ແລະ ສະໝອງຂອງເດັກ, ສ້າງລະບົບຂອງລັດທີ່ສາມາດຊ່ວຍເຫຼືອເດັກທີ່ທຸກຍາກ, ເດັກພິການ, ເດັກຢູ່ເຂດຫ່າງໄກ ແລະ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢ່າງທົ່ວເຖິງ.


 

ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ UNICEF ສືບຕໍ່ສະໜັບສະໜູນຂໍ້ມູນຫຼັກຖານ ແລະ ຄຳປຶກສາດ້ານນະໂຍບາຍ ເພື່ອຮັກສາສະຖຽນລະພາບການພັດທະນາມະນຸດໃນໄລຍະຂ້າມຜ່ານ ແລະ ເຊື່ອມສານແຜນງານຮ່ວມມືສະບັບໃໝ່ເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.


 

ໃນຕອນທ້າຍ, ກະຊວງການເງິນໄດ້ຢືນຢັນພ້ອມທີ່ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບ UNICEF ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ເດັກລາວທຸກຄົນ ແລະ ແມ່ຍິງລາວ ໂດຍສະເພາະກຸ່ມດ້ອຍໂອກາດ ສາມາດເຂົ້າເຖິງການພັດທະນາຢ່າງຮອບດ້ານ.

© 2025 Copyright: ກະຊວງການເງິນ, ສປປ ລາວ