ໃນວັນທີ 24 ສິງຫາ 2026, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2026 ຢູ່ແຂວງບໍ່ແກ້ວ. ໂດຍມີ ທ່ານ ສີສຸກ ຄູນວີທອງ ຫົວໜ້າພະແນກການເງິນແຂວງ, ບັນດາຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງຂະແໜງການເງິນ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສີສຸກ ຄູນວີທອງ ໄດ້ລາຍງານໃຫ້ຮູ້ວ່າ: ປີ 2026 ແຂວງບໍ່ແກ້ວ ໄດ້ຮັບຕົວເລກແຜນການລາຍຮັບທັງໝົດ (ສູນກາງ ແລະ ທ້ອງຖິ່ນ) ຈໍານວນ 967.66 ຕື້ກີບ ແລະ ແຜນການລາຍຈ່າຍ 671.80 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຮອດວັນທີ 21 ສິງຫາ 2026 (ໄລຍະ 8 ເດືອນ) ມີຜົນງານ ແລະ ຕົວເລກສໍາຄັນ ດັ່ງນີ້:
1. ດ້ານການຈັດເກັບລາຍຮັບ-ລາຍຈ່າຍງົບປະມານ:
- ລາຍຮັບລວມ: ຈັດເກັບໄດ້ 645.97 ຕື້ກີບ, ເທົ່າກັບ 66.76% ຂອງແຜນການປີ (ເພີ່ມຂຶ້ນ 19.72% ຫຼື ເພີ່ມຂຶ້ນ 106.42 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ).
- ລາຍຮັບສູນກາງ: ປະຕິບັດໄດ້ 482.07 ຕື້ກີບ (ເທົ່າກັບ 77.67% ຂອງແຜນການປີ), ເພີ່ມຂຶ້ນ 36.43% ຍ້ອນການຜັນແປຂອງມູນຄ່ານໍ້າມັນເຊື້ອໄຟ ແລະ ການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງຕາມແຈ້ງການ ສະບັບເລກທີ 175/ນຍ ໃນຊ່ວງ 6 ເດືອນຕົ້ນປີ.
- ລາຍຮັບທ້ອງຖິ່ນ: ປະຕິບັດໄດ້ 163.90 ຕື້ກີບ (ເທົ່າກັບ 47.23% ຂອງແຜນການປີ), ຫຼຸດລົງ 22% ທຽບໃສ່ໄລຍະດຽວກັນ ເນື່ອງຈາກໄດ້ຮັບຜົນກະທົບຈາກປະກົດການຍໍ້ທໍ້ໃນເຂດເສດຖະກິດພິເສດ ເຮັດໃຫ້ຈໍານວນພະນັກງານ-ກຳມະກອນຫຼຸດລົງ, ຫົວໜ່ວຍທຸລະກິດປິດຕົວ ແລະ ການຊື້-ຂາຍອະສັງຫາລິມະຊັບຫຼຸດລົງ.
- ດ້ານລາຍຈ່າຍ: ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍໄດ້ 273.72 ຕື້ກີບ, ເທົ່າກັບ 40.74% ຂອງແຜນການປີ.
![]() | ![]() |
2. ດ້ານເສດຖະກິດມະຫາພາກ (6 ເດືອນຕົ້ນປີ 2026)ປະຕິບັດໄດ້:
- ອັດຕາການເຕີບໂຕ (GDP): ຂະຫຍາຍຕົວໃນລະດັບ 5.1%, ລວມຍອດຜະລິດຕະພັນພາຍໃນ ບັນລຸ 3,946.30 ຕື້ກີບ (ເທົ່າກັບ 41.1% ຂອງແຜນການປີ).
- ລາຍຮັບສະເລ່ຍ: ປະຕິບັດໄດ້ 816.58 ໂດລາສະຫະລັດ/ຄົນ (ປະມານ 17.73 ລ້ານກີບ/ຄົນ/6 ເດືອນ).
- ໂຄງປະກອບເສດຖະກິດ: ຂົງເຂດກະສິກຳ-ປ່າໄມ້ ກວມ 43.94%, ອຸດສາຫະກຳ ກວມ 30.29%, ບໍລິການ ກວມ 21.01% ແລະ ພາສີ-ອາກອນຜະລິດຕະພັນສຸດທິ ກວມ 4.77%.
- ການລົງທຶນຂອງລັດ: ໄດ້ຮັບການຈັດສັນເພດານທຶນ 82.26 ຕື້ກີບ, ໂດຍແບ່ງໃສ່ໂຄງການສືບຕໍ່ 67 ໂຄງການ, ໂຄງການແກ້ໄຂໜີ້ສິນ 61 ໂຄງການ ແລະ ໂຄງການສະເໜີໃໝ່ 42 ໂຄງການ.
ຄາດຄະເນ 4 ເດືອນທ້າຍປີ 2026, ແຂວງບໍ່ແກ້ວ ຈະສາມາດຈັດເກັບລາຍຮັບທັງໝົດໄດ້ 931.25 ຕື້ກີບ, ເທົ່າກັບ 96.23% ຂອງແຜນການປີ.

ໃນໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ເນັ້ນໜັກໃຫ້ພະແນກການເງິນແຂວງບໍ່ແກ້ວ ເຊິ່ງເປັນແຂວງທີ່ມີທ່າແຮງໂດດເດັ່ນທາງດ້ານຍຸດທະສາດການເຊື່ອມໂຍງ (ເສັ້ນທາງ R3A, ດ່ານຊາຍແດນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ສະໜາມບິນສາກົນ ແລະ ວຽກງານໂລຊິດສຕິກ) ສືບຕໍ່ເພີ່ມຄວາມເຂັ້ມງວດໃນການຈັດເກັບລາຍຮັບພາສີ-ສ່ວຍສາອາກອນ, ເລັ່ງປ້ອນຂໍ້ມູນຕອນດິນເຂົ້າລະບົບ TaxRIS, ຈັດຕັ້ງປະຕິບັດລະບົບຄັງເງິນແຫ່ງລັດ (TSA) ໃຫ້ຄົບຊຸດທຸກເມືອງ ແລະ ແກ້ໄຂສິ່ງທ້າທາຍຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອປະກັນໃຫ້ການຈັດຕັ້ງປະຕິບັດແຜນງົບປະມານ ປີ 2026 ບັນລຸຕາມຄາດໝາຍທີ່ວາງໄວ້.


