ເມືອງສີສັດຕະນາກ ປຶກສາຫາລືການເກັບຄ່າບໍລິການ ພ້ອມຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງການເງິນຕາແສງ ແບບເອເລັກໂຕຣນິກ
---------------------------------
ໃນວັນທີ 25 ສິງຫາ 2026 ນີ້, ເມືອງສີສັດຕະນາກ ໄດ້ຈັດກອງປະຊຸມປຶກສາຫາລືການເກັບຄ່າບໍລິການ ແລະ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງການເງິນຕາແສງ ຜ່ານທາງລະບົບເອເລັກໂຕຣນິກ ໃຫ້ແກ່ບັນດາຕາແສງທີ່ຂຶ້ນກັບເມືອງສີສັດຕະນາກ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ປອ ທິນນະກອນ ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງສີສັດຕະນາກ; ໂດຍມີຫົວໜ້າຫ້ອງການ-ການເງິນເມືອງ, ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ແລະ ໜ່ວຍງານເສດຖະກິດ-ການເງິນ ຈາກ 3 ຕາແສງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບປະສິດທິພາບການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມຄົບຖ້ວນ, ຊັດເຈນ, ສາມາດກວດສອບໄດ້, ຫຼຸດຜ່ອນຂັ້ນຕອນການບໍລິການທີ່ຊັກຊ້າ ແລະ ທັງເປັນການປຶກສາຫາລື ກ່ຽວກັບອັດຕາການເກັບຄ່າທຳນຽມໃຫ້ມີຄວາມເອກກະພາບກັນ ໃນທົ່ວນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ຄະນະຮັບຜິດຊອບ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ເມືອງສີສັດຕະນາກ ມີທັງໝົດ 37 ບ້ານ, ແບ່ງອອກເປັນ 3 ຕາແສງ ຄື: ຕາແສງເພຍວັດ (14 ບ້ານ), ຕາແສງວັດນາກ (8 ບ້ານ) ແລະ ຕາແສງຈອມແຈ້ງ (15 ບ້ານ). ພ້ອມດຽວກັນ, ຍັງໄດ້ແນະນໍາການນໍາໃຊ້ລະບົບຄຸ້ມຄອງການເງິນຕາແສງ ຜ່ານເວັບໄຊ fdvcsubdistrict.la ເຊິ່ງໄດ້ນໍາພາຜູ້ເຂົ້າຮ່ວມລົງມືປະຕິບັດຕົວຈິງໃນແຕ່ລະຂັ້ນຕອນ ເປັນຕົ້ນແມ່ນ: ການເຂົ້ານໍາໃຊ້ລະບົບ, ວິທີການອອກໃບບິນຮັບເງິນ, ຂັ້ນຕອນການຊໍາລະເງິນຜ່ານລະບົບທະນາຄານ, ການກວດກາບັນຊີປະຈໍາວັນ ແລະ ການສະຫຼຸບລາຍງານ; ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງວຽກງານຕາແສງ.
ຊຶ່ງໃນກອງປະຊຸມປະທານ ໄດ້ມີຄໍາເຫັນເນັ້ນໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຫັນວຽກງານການເງິນຕາແສງເປັນດີຈີຕອນ ເຊິ່ງຖືເປັນບາດກ້າວສໍາຄັນໃນການເພີ່ມປະສິດທິພາບການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຢູ່ຂັ້ນທ້ອງຖິ່ນ ເພື່ອນໍາເອົາງົບປະມານໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດຢ່າງຍືນຍົງ.
ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ມີການມອບຊຸດຄອມພິວເຕີ ໃຫ້ແກ່ທັງ 3 ຕາແສງ ເພື່ອນໍາໄປໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານການເງິນຕາແສງ ໃຫ້ເກີດຜົນປະໂຫຍດສູງສຸດ.
--------------------------
📞 ຕິດຕໍ່ປະສານງານໂຄສະນາ ທາງເພສຂອງກະຊວງການເງິນ ໂທ: 021 417741