ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 21 ສິງຫາ 2026 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ຢູ່ ສປປ ລາວ. ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາກະຊວງ-ອົງການທຽບເທົ່າ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ໃນນາມໜ່ວຍງານກອງເລຂາການຈັດຕັ້ງປະຕິບັດ SDGs ໄດ້ຂຶ້ນລາຍງານຄວາມຄືບໜ້າ ແລະ ທິດທາງການຈັດຕັ້ງປະຕິບັດ ໂດຍມີ 4 ປະເດັນສໍາຄັນ ດັ່ງນີ້:
1. ສະຫຼຸບຜົນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ໃນໄລຍະຜ່ານມາ (2021-2025), ພ້ອມທັງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ.
2. ວາງແຜນການຈັດຕັ້ງປະຕິບັດ SDGs ເຊິ່ງໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ລວມທັງການກໍານົດເປົ້າໝາຍບູລິມະສິດ ແລະ ມາດຕະການຈັດຕັ້ງປະຕິບັດ ຮອດປີ 2030.
3. ເພື່ອກະກຽມໃຫ້ແກ່ການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 4 (VNR 4) ຂອງ ສປປ ລາວ ເຊິ່ງມີແຜນຈະນໍາໄປລາຍງານ ໃນກອງປະຊຸມເວທີການເມືອງລະດັບສູງ ຂອງ ສປຊ (High Level Political Forum) ໃນປີ 2027.
4. ບັນດາຜູ້ແທນໄດ້ປະກອບຄໍາເຫັນຢ່າງຕັ້ງໜ້າ ແລະ ກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດ SDGs ຂອງຂະແໜງການຕົນ.
ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໂດຍໄດ້ຮັບຮອງເອົາທິດທາງແຜນການ ສຳລັບການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງໃນຕໍ່ໜ້າ ເພື່ອຂັບເຄື່ອນການພັດທະນາຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.