• ຫ້ອງການ
  • |
  • 2026-08-21
  • |
  • ວຽກວິຊາສະເພາະ

       ການຝຶກອົບຮົມ ຫຼັກສູດບັນຊີ (ຂັ້ນພື້ນຖານ) ໃຫ້ແກ່ພະນັກງານ-ລັດຖະກອນ ຫ້ອງການ ກະຊວງການເງິນ ໄດ້ສຳເລັດລົງ ໃນວັນທີ 21 ສິງຫາ 2026 ທີ ສະຖາບັນເສດຖະກິດ-ການເງິນ, ໂດຍການເປັນປະທານກ່າວປິດຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໂດຍມີນັກສຳມະນາກອນຈາກຫ້ອງການກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ.

       ການຝຶກອົບຮົມຄັ້ງນີ້, ດໍາເນີນເປັນເວລາ 25 ວັນລັດຖະການ, ເລີ່ມແຕ່ວັນທີ 20 ກໍລະກົດ ຫາ ວັນທີ 21 ສິງຫາ 2026 ນີ້, ໂດຍມີ ນັກວິທະຍາກອນ ຈາກສະຖາບັນເສດຖະກິດ ແລະ ການເງິນ, ຄັງເງິນແຫ່ງລັດ, ກົມຄຸ້ມຄອງການບັນຊີ ເຊິ່ງໄດ້ບັນຍາຍຕາມຕຳລາຮຽນ ແລະ ການເຮັດບົດຝຶກຫັດຕົວຈິງ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ນັກສຳມະນາກອນໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງ ວຽກງານບັນຊີຄັງເງິນ, ບັນຊີອົງການຈັດຕັ້ງລັດ ແລະ ວຽກງານການວາງແຜນງົບປະມານ.

       ທັງໝົດນີ້ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະໃຫ້ແກ່ ພະນັກງານຫຼັກແຫຼ່ງ, ຂອງຂະແໜງການເງິນ ເວົ້າລວມ; ເວົ້າສະເພາະກໍ່ຄືພະນັກງານຫ້ອງການກະຊວງ ໂດຍໄດ້ເນັ້ນໜັກໃນການຮຽນຮູ້ວຽກງານການຄຸ້ມຄອງການເງິນ ໂດຍສະເພາະ ດ້ານການເງິນການບັນຊີ ແລະ ການຄຸ້ມຄອງງົບປະມານ ເພື່ອຫັນເຂົ້າໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງກັບ ພາລະບົດບາດ ແລະ ຫຼັກການ ວິທີການທີ່ຖືກຕ້ອງເໝາະສົມຕາມເງື່ອນໄຂ ນອກຈາກນີ້, ຍັງເປັນການກະກຽມຄວາມພ້ອມດ້ານວິຊາສະເພາະໃຫ້ແກ່ ພະນັກງານ ພະແນກຄຸ້ມຄອງໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ເຊິ່ງເປັນພະແນກທີ່ສ້າງຕັ້ງຂຶ້ນໃໝ່ທີ່ມີພາລະບົດບາດໃນການລວມສູນຄຸ້ມຄອງການເງິນ ຂອງທຸກໂຄງການທີ່ຂຶ້ນກັບ ກະຊວງການເງິນ ເພື່ອຮັບປະກັນໃຫ້ການດໍາເນີນງານມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ ແລະ ສາມາດກວດສອບໄດ້.

       ໂອກາດນີ້, ປະທານກອງປະຊຸມ ມີຄຳເຫັນວ່າ ການຈັດຝຶກອົບຮົມໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ຄວາມພະຍາຍາມ ໃນການພັດທະນາບຸກຄະລາກອນຂອງຫ້ອງການ ກະຊວງການເງິນ ໃຫ້ນັບມື້ນັບມີຄວາມເຂັ້ມແຂງໃຫ້ສາມາດປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮູ້, ເພີ່ມຄວາມຮັບຜິດຊອບສູງ ແລະ ສະແດງຄວາມຊົມເຊີຍຕໍ່ ວິທະຍາກອນ, ນັກສຳມະນາກອນ ແລະ ຄະນະຮັບຜິດຊອບຈັດຕັ້ງ ທີ່ໄດ້ຕັ້ງໜ້າເຮັດໃຫ້ການຝຶກອົບຮົມ ຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

© 2025 Copyright: ກະຊວງການເງິນ, ສປປ ລາວ