ຮອງລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ອາຣັບ ເອມີເຣດ.

ໃນວັນທີ 19 ສິງຫາ 2026, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປອ ບັດເດີ້ ອາລມາທຣຸມຊີ (H.E. Dr. Bader Almatrooshi) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສະຫະນະຄອນ ເອເມຣັດ ອາຣັບ (UAE) ປະຈໍາ ສປປ ລາວ (ເຊິ່ງມີສໍານັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ). ການພົບປະຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການເພີ່ມທະວີສາຍພົວພັນທາງການທູດ ເພື່ອສົ່ງເສີມການພັດທະນາເສດຖະກິດ, ການຄ້າ-ການລົງທຶນ, ຂົງເຂດອຸດສາຫະກໍາບໍ່ແຮ່, ອຸດສາຫະກໍາປຸງແຕ່ງ, ການພັດທະນາສີມືແຮງງານ, ການບໍລິການທ່ອງທ່ຽວ-ໂຮງແຮມ, ການສຶກສາ ແລະ ການສະໜັບສະໜູນກັນ ໃນເວທີສາກົນ. ດ້ານວຽກງານການເງິນ, ທັງສອງປະເທດໄດ້ມີການຮ່ວມມືສະໜອງທຶນ (Co-Financing) ໂດຍຜ່ານ ກອງທຶນອາບູດາບີເພື່ອການພັດທະນາ (ADFD) ຮ່ວມກັບ ທະນາຄານພັດທະນາໂຄງລ່າງພື້ນຖານອາຊີ (AIIB) ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງເລກທີ 13 ໃຕ້ (ກມ 21-71).
ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຂອງ ສະຫະນະຄອນ ເອເມຣັດ ອາຣັບ ໃນຖານະຄູ່ຮ່ວມມືເພື່ອການພັດທະນາ ທີ່ໄດ້ຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ດັ່ງນີ້:
1. ສືບຕໍ່ຍົກລະດັບການຮ່ວມມື ແລະ ສະໜັບສະໜູນ: ເພື່ອຊ່ວຍເຫຼືອໃນດ້ານຕ່າງໆ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ໂດຍສະເພາະແມ່ນການຫັນເປັນທັນສະໄໝ ໃນຂົງເຂດເສດຖະກິດ-ການເງິນ.
2. ສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ: ໂດຍສະເພາະການຍົກລະດັບຄວາມສາມາດໃຫ້ແກ່ ພະນັກງານ-ລັດຖະກອນ ເພື່ອໃຫ້ມີຄວາມສາມາດໃນການວິເຄາະ-ວິໄຈ ວຽກງານເສດຖະກິດ-ການເງິນ ແລະ ການຫັນເປັນທັນສະໄໝ ຢ່າງມີປະສິດທິພາບ.