ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ສຳເລັດກອງປະຊຸມ ຝຶກອົບຮົມ ນັກກວດກາ ແລະ ນັກເດີນສຳຫຼວດ ສໍາລັບການສໍາຫຼວດແຮງງານ ປີ 2026-2027 ທີ່ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຮ່ວມປິດຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຄຳໄຊ ເຊຍຢິ່ງຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໃນນັ້ນມີຄະນະກົມ, ຄະນະພະແນກ ແລະ ນັກສຳມະນາກອນ ຈາກ 18 ແຂວງ ທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີ ກະຊວງການເງິນ ມີຄໍເຫັນວ່າ: ການສຳຫຼວດແຮງງານບໍ່ແມ່ນພຽງແຕ່ວຽກງານວິຊາການຂອງຂະແໜງສະຖິຕິເທົ່ານັ້ນ ແຕ່ແມ່ນວຽກງານ ການເມືອງ-ເສດຖະກິດ ທີ່ມີຄວາມໝາຍຄວາມສຳຄັນຕໍ່ປະເທດຊາດ, ຂໍ້ມູນທີ່ໄດ້ຮັບຈະເປັນບ່ອນອີງໃຫ້ແກ່ການວາງແຜນ ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການຕິດຕາມ ແລະ ປະເມີນຜົນບັນດາຕົວຊີ້ວັດການພັດທະນາແບບຍືນຍົງ (SDGs); ການວິເຄາະສະພາບຕະຫຼາດແຮງງານ, ອັດຕາການຫວ່າງງານ ແລະ ການເຄື່ອນຍ້າຍແຮງງານ ພ້ອມທັງ ເປັນການປະກອບສ່ວນເຂົ້າໃນການຄິດໄລ່ບັນຊີແຫ່ງຊາດ.
ໂອກາດນີ້, ທ່ານ ຄຳໄຊ ເຊຍຢິ່ງຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຈັດຕັ້ງ, ຄະນະວິຊາການ, ຄູຝຶກ ແລະ ຜູ້ເຂົ້າຮ່ວມທຸກທ່ານ ພ້ອມທັງໄດ້ເນັ້ນໃຫ້ ນັກສຳມະນາກອນ ນຳເອົາຄວາມຮູ້, ບົດຮຽນ ແລະ ທັກສະທີ່ໄດ້ຮັບ ໄປປະຕິບັດຢ່າງຈິງຈັງ ເພື່ອໃຫ້ການສຳຫຼວດແຮງງານປີ 2026–2027 ສໍາເລັດຕາມແຜນການ, ໄດ້ຂໍ້ມູນທີ່ມີຄຸນນະພາບ ແລະ ສາມາດນຳໄປໃຊ້ເປັນພື້ນຖານໃນການກຳນົດນະໂຍບາຍດ້ານແຮງງານຂອງປະເທດ.
ຕະຫຼອດໄລຍະ 8 ວັນ ນັກສໍາມະນາກອນໄດ້ປະຕິບັດທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນແມ່ນໄດ້ຮູ້ເຖິງ ຈຸດປະສົງ ແລະ ວິທີການສຳຫຼວດ, ນິຍາມກ່ຽວກັບກຳລັງແຮງງານ, ການມີວຽກເຮັດ, ການຫວ່າງງານ, ການນຳໃຊ້ CAPI/Tablet, ເຕັກນິກການສຳພາດ.ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້, ນັກເດີນສຳຫຼວດ ແລະ ນັກກວດກາຂັ້ນແຂວງ ຈະໄດ້ລົງຈັດຕັ້ງປະຕິບັດວຽກງານເກັບກຳຂໍ້ມູນຢູ່ພາກສະໜາມ ໃນລະຫວ່າງວັນທີ 21 ຫາ 24 ສິງຫາ 2026 ຕາມຂອບເຂດຮັບຜິດຊອບຂອງແຕ່ລະແຂວງ ຕາມແຜນທີ່ກຳນົດໄວ້.