• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-02-10
  • |
  • ວຽກວິຊາສະເພາະ

          ໃນລະຫວ່າງວັນທີ 10-11 ກຸມພາ 2025, ໄດ້ຈັດກອງປະຊຸມທາບທາມ ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການ ຕໍ່ຜູ້ລະເມີດກົດໜາຍ ແລະ ລະບຽບກ່ຽວກັບຊັບສິນຂອງລັດຂຶ້ນທີ່ ແຂວງຈຳປາສັກ ໂດຍການເປັນປະທານຮ່ວມ ຂອງທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆ ຈຳປາສັກ ມີຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ຈາກ 6 ແຂວງພາກໃຕ້ເຂົ້າຮ່ວມ.

          ໂອກາດນີ້, ທ່ານ ກົງຈີ ຢ່າງຈື່ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ວຽກງານຄຸ້ມຄອງຊັບສິນແຫ່ງລັດ ໃນໄລຍະຜ່ານມາ ເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ແລະ ການຄຸ້ມຄອງກໍ່ຍັງບໍ່ທັນຄົບຖ້ວນ ທີ່ກົດໜາຍ ວ່າດ້ວຍຊັບສິນຂອງລັດ ໄດ້ກໍານົດໄວ້, ກົດໜາຍຄຸ້ມຄອງຊັບສິນຂອງລັດ ມີການສະເໜີປັບປຸງ ຈາກສະບັບທີ່ສອງ ທີ່ໄດ້ປັບປຸງຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2022 ສະບັບເລກທີ 18 ລົງວັນທີ 7 ກໍລະກົດ 2022 ເຊິ່ງປະກອບມີ 9 ພາກ, 3 ໜວດ ແລະ 65 ມາດຕາ ໄດ້ກໍານົດ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຄຸ້ມຄອງຊັບສິນແຫ່ງລັດ ໄດ້ນໍາໃຊ້ໃນປັດຈຸບັນ, ການຕອບສະໜອງຕາມເປົ້າໜາຍວິໃສທັດ ແລະ ຍຸດທະສາດພັດທະນາຂະແໜງການເງິນ ກໍ່ຍັງບໍ່ທັນໄດ້ຕາມເປົ້າໜາຍເທົ່າທີ່ຄວນ. ສະນັ້ນເພື່ອເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນທີ່ໄດ້ກໍານົດໄວ້ ໃນກົດໜາຍ ວ່າດວ້ຍຊັບສິນຂອງລັດ ໄດ້ຈັດຕັ້ງປະຕິບັດໄປຕາມທີ່ກົດໜາຍໄດ້ກໍານົດໄວ້ໂດຍສະເພາະ, ວິທີການກວດກາ ການນໍາໃຊ້ ການຄຸ້ມຄອງຊັບສິນຂອງລັດ ຂັ້ນຕອນ ແລະ ການກໍານົດເວລາ ລວມທັງການກໍານົດຄວາມຮັບຜິດຊອບຂອງບັນດາຂະແໜງການທີ່ຕິດພັນ ໃຫ້ມີຄວາມຊັດເຈນ,ສອດຄອ່ງກັບຕົວຈິງ ຂື້ນກວ່າເກົ່າ, ກະຊວງການເງິນຈິງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າດໍາລັດ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການ ຜູ້ລະມີດກົດໜາຍ ແລະ ລະບຽບກ່ຽວກັບຊັບສິນຂອງລັດ. ການຄົ້ນຄວ້າປັບປຸງ ແລະ ຮ່າງດໍາລັດ ດັ່ງກ່າວກໍ່ໄດ້ມີການຄົ້ນຄວ້າປັບປຸງ ນັບແຕ່ກາງປີ 2024 ເປັນຕົ້ນມາ.

          ໃນໄລຍະຜ່ານມາວຽກງານຄຸ້ມຄອງຊັບສິນແຫ່ງລັດ ເຫັນວ່າຍັງພົບບາງຂໍ້ຫຍຸ້ງຍາກ ດັ່ງນັ້ນ, ກະຊວງການເງິນ ຈຶ່ງໄດ້ອອກຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1442/ກງ, ລົງວັນທີ 29 ເມສາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າສ້າງດໍາລັດ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການ ຕໍ່ຜູ້ລະເມີດກົດໜາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ ຊຶ່ງຄະນະດັ່ງກ່າວກໍໄດ້ມີການຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນ ທາງດ້ານວິຊາການເບື້ອງຕົ້ນ ແຕ່ເພື່ອຮັບປະກັນທາງດ້ານເນື້ອໃນທີ່ຕິດພັນກັບຄວາມຮັບຜິດຊອບຂອງທ້ອງຖິ່ນນັ້ນ ຈຶ່ງຈໍາເປັນຕ້ອງຈັດຕັ້ງການທາບທາມນີ້ຂຶ້ນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງດໍາລັດໃຫ້ມີຄວາມຄົບຖ້ວນ, ສົມບູນ, ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ໃຫ້ສາມາດປັບປຸງແກ້ໄຂບັນຫາຄວາມຫຍຸ້ງຍາກ ໃນວຽກງານຄຸ້ມຄອງຊັບສິນຂອງລັດໄປເທື່ອລະກ້າວ.

          ພ້ອມນັ້ນ, ກອງປະຊຸມກໍ່ໄດ້ ເປີດກວ້າງໃຫ້ ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ໂດຍໄດ້ຍົກເອົາບັນຫາຕົວຈິງ ທີ່ເຫັນວ່າມີຄວາມຖືກຕ້ອງສອດຄ່ອງ ສະດວກໃນການຈັດຕັ້ງປະຕິບັດ ແລະ ບັນຫາທີ່ປິ່ນອ້ອມ ວຽກງານດັ່ງກ່າວຢ່າງກົງໄປ ກົງມາ ຕາມ ຄຳຖາມເຈາະຈີ້ມຂອງຄະນະຮັບຜິດຊອບປັບປຸງຮ່າງດຳລັດດັ່ງກ່າວໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ