• ກະຊວງການເງິນ
  • |
  • 2026-08-19
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 18 ສິງຫາ 2026, ຄະນະພັກຮາກຖານພະແນກການເງິນນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄຳແນະນຳ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃຫ້ແກ່ສະມາຊິກພັກ ຄະນະພັກຮາກຖານ ພະແນກການເງິນ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ສະຫາຍ ທະວີໄຊ   ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ມີຄະນະພັກຮາກຖານພະແນກການເງິນ,​ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

        ໂອກາດນີ້ ສະຫາຍ  ທະວີໄຊ ເໝົາຊົມພູ ໄດ້ມີຄຳເຫັນວ່າ: ກົດລະບຽບຂອງພັກ ແມ່ນກົດໝາຍພື້ນ ຖານ, ເປັນບ່ອນອີງໃນການຈັດຕັ້ງ ແລະ ເຄື່ອນໄຫວທັງໝົດຂອງພັກ; ມັນແມ່ນການກໍານົດຫຼັກການ, ມາດຕະຖານ, ລະບອບລະບຽບການພາຍໃນພັກ ເພື່ອແນໃສ່ຮັບປະກັນຄວາມເປັນເອກະພາບທາງດ້ານແນວຄິດ, ການຈັດຕັ້ງ ແລະ ການກະທໍາ ຂອງທົ່ວພັກ. ແນໃສ່ຍົກສູງສະມັດຖະພາບການນໍາພາ ແລະ ລັກສະນະຕໍ່ສູ້ຂອງພັກ, ຮັບປະກັນຄວາມເປັນແບບຢ່າງ, ຄວາມບໍລິສຸດຜຸດຜ່ອງ ຂອງຖັນແຖວ ສະມາຊິກພັກ ແລະ ຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ຂອງການຈັດຕັ້ງພັກທຸກຂັ້ນ.

        ກອງປະຊຸມດັ່ງກ່າວມີຄວາມຈຳເປັນພາ ວະວິໄສ ແລະ ມີຄວາມໝາຍຍຸດທະສາດຢ່າງຍິ່ງ ເພາະບໍ່ພຽງແຕ່ເປັນການປະຕິບັດຕາມຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກເທົ່ານັ້ນ ແຕ່ແມ່ນເປັນການສ້າງຄວາມເປັນເອກະພາບຢ່າງເດັດຂາດ ໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ກ່ຽວກັບເນື້ອໃນ, ຫຼັກການ ແລະ ວິທີການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII ໃຫ້ຖືກຕ້ອງ ແລະ ໄປໃນທິດທາງດຽວກັນໃນທົ່ວພັກ.

         ພ້ອມນັ້ນປະທານ ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ບາງບັນຫາສໍາຄັນ ຄື:

1.       ຍົກສູງຄວາມຮັບຜິດຊອບການເມືອງ: ສຸມໃສ່ຄົ້ນຄວ້າຮໍ່າຮຽນເນື້ອໃນຈິດໃຈຂອງກົດລະບຽບພັກ ແລະ ຄຳແນະນຳ ຢ່າງເລິກເຊິ່ງ ແລະ ຖີ່ຖ້ວນ;

2.       ຄົ້ນຄວ້າກົດລະບຽບພັກ ເພື່ອເຊື່ອມໂຍງເນື້ອໃນເຂົ້າກັບວຽກງານຕົວຈິງ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ;

3.       ແລກປ່ຽນຄຳຄິດຄຳເຫັນ ສົນທະນາດ້ວຍຈິດໃຈສ້າງສັນ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບສູງຮ່ວມກັນ;

4.       ຫັນເປັນແຜນການປະຕິບັດ ໂດຍນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ກາຍເປັນສະຕິຕື່ນຕົວ ແລະ ເປັນກິດຈະວັດປະຈຳວັນຂອງສະມາຊິກພັກທຸກສະຫາຍ.

ພາບຂ່າວ: ວັນຊະນະ

© 2025 Copyright: ກະຊວງການເງິນ, ສປປ ລາວ