• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2026-08-19
  • |
  • ວຽກວິຊາສະເພາະ

ໃນວັນທີ 18 ສິງຫາ 2026, ທີ່ກະຊວງການເງິນ ໄດ້ມີພິທີເຊັນສັນຍາຊື້-ຂາຍຊັບສິນຂອງລັດ ແລະ ສັນຍາເຊົ່າ-ສຳປະທານທີ່ດິນຂອງລັດ ໃນເນື້ອທີ່ຂອງ ໂຮງແຮມແມ່ຂອງ (ເກົ່າ) ລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ບໍລິສັດ ເອັມວາຍ ກຣຸບ ຈຳກັດຜູ້ດຽວ (M.Y Group Sole Co., Ltd) ໂດຍການເຂົ້າຮ່ວມຂອງ ທ່ານ ທຳມະລົດ ຣາຊະພົນ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ທ່ານ ສຸກສະໝອນ ສີຫາເທບ ປະທານບໍລິສັດ ເອັມວາຍ ກຣຸບ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

📝ພິທີດັ່ງກ່າວ ໄດ້ຈັດຂຶ້ນພາຍຫຼັງທີ່ມີການຮັບຮອງເອົາຜົນການປະມູນ ຕາມຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2701/ກງ, ລົງວັນທີ 14 ກໍລະກົດ 2026 ວ່າດ້ວຍການຮັບຮອງເອົາຜົນການປະມູນຊື້ຊັບສົມບັດ ແລະ ປະມູນເຊົ່າ-ສໍາປະທານທີ່ດິນຂອງລັດ ເຊິ່ງກໍ່ແມ່ນບໍລິສັດ ເອັມວາຍ ກຣຸບ ເປັນຜູ້ຊະນະການປະມູນ ເພື່ອເຂົ້າພັດທະນາເນື້ອທີ່ດັ່ງກ່າວ

🏢ເຊິ່ງເນື້ອທີ່ໂຄງການ: ຕັ້ງຢູ່ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ບໍລິເວນໂຮງແຮມແມ່ຂອງເກົ່າ) ເຊິ່ງມີທີ່ດິນ 2 ຕອນ ມີເນື້ອທີ່ທັງໝົດ 8,892 ຕາແມັດ. ມູນຄ່າການຊື້ຊັບສິນ: ບໍລິສັດໄດ້ຕົກລົງຊື້ຊັບສິນຂອງລັດທີ່ຕິດພັນກັບທີ່ດິນໃນມູນຄ່າ 2,037,756.50 ໂດລາສະຫະລັດ.

ຄ່າເຊົ່າ-ສຳປະທານ: ມີມູນຄ່າເລີ່ມຕົ້ນ 452,000 ໂດລາສະຫະລັດຕໍ່ປີ ໂດຍມີອາຍຸສັນຍາ 50 ປີ ແລະ ຈະມີການປັບເພີ່ມຂຶ້ນ 5% ໃນທຸກໆ 5 ປີ.

✨ສໍາລັບວິໄສທັດການພັດທະນາ ບໍລິສັດ ເອັມວາຍ ກຣຸບ ມີແຜນທີ່ຈະຫັນປ່ຽນເນື້ອທີ່ຍຸດທະສາດແຄມຂອງນີ້ ໃຫ້ກາຍເປັນສູນລວມທຸລະກິດ ແລະ ການບໍລິການທີ່ທັນສະໄໝ ເຊິ່ງລວມມີ:

✅ໂຮງແຮມລະດັບມາດຕະຖານ,

✅ອາພາດເມັ້ນ (Apartment),

✅ຫ້ອງການໃຫ້ເຊົ່າ,

✅ຮ້ານອາຫານ ແລະ ຮ້ານຊັບພະສິນຄ້າຄົບວົງຈອນ ຫຼື ກິດຈະການອື່ນໆ.

🤝ການຮ່ວມມືໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຫັນຊັບສິນຂອງລັດໃຫ້ກາຍເປັນທຶນຢ່າງມີປະສິດທິຜົນ, ທັງເປັນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ແລະ ປັບປຸງພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍງາມ ແລະ ທັນສະໄໝຂຶ້ນຕື່ມ.

© 2025 Copyright: ກະຊວງການເງິນ, ສປປ ລາວ