• ກະຊວງການເງິນ
  • |
  • 2026-08-18
  • |
  • ວຽກຮ່ວມມື

     🔰ໃນວັນທີ 17 ສິງຫາ 2026 ທີ່ກະຊວງການເງິນ, ທ່ານ ປອ. ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ Dagmar Zwebe ຜູ້ຕາງໜ້າຂອງ ສະຖາບັນການເຕີບໂຕສີຂຽວໂລກ ປະຈຳ ສປປ ລາວ (Global Green Growth Institute - GGGI) ພ້ອມດ້ວຍຄະນະ, ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ວຽກງານຂອງ ສະຖາບັນການເຕີບໂຕສີຂຽວໂລກ ປະຈຳ ສປປ ລາວ ພ້ອມທັງທິດທາງການປະຕິບັດວຽກໃນຕໍ່ໜ້າ.

🎯ໂອກາດນີ້ ທ່ານ ນາງ Dagmar Zwebe ໄດ້ນໍາສະເໜີກ່ຽວກັບກອງປະຊຸມສະພາຂອງ GGGI ພ້ອມທັງເເລກປ່ຽນກ່ຽວກັບຕາຕະລາງກຳນົດການ ສຳລັບປີ 2026. ວຽກງານ (portfolio) ແລະ ຜົນສຳເລັດສຳຄັນຂອງ GGGI ໃນ ສປປ ລາວ, ໂດຍໄດ້ຍົກໃຫ້ເຫັນກອບແຜນການລະດັບປະເທດ (Country Planning Framework) 2026-2030 ທີ່ຫາກໍໄດ້ຮັບການຮັບຮອງ ໃນວັນທີ 21 ກໍລະກົດ 2026; ຂະແໜງເປົ້າໝາຍຫຼັກຂອງ GGGI, ລວມໄປເຖິງການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ເສດຖະກິດໝູນວຽນ ພ້ອມທັງໄດ້ເນັ້ນໜັກເຖິງການມີສ່ວນຮ່ວມຂອງ GGGI ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (10th NSEDP) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຂວງ (PSEDPs), ການປະກອບສ່ວນທີ່ກຳນົດເອງລະດັບຊາດ (NDC) 2.0 ແລະ 3.0, ການຄຸ້ມຄອງສິ່ງເສດເຫຼືອທາງການແພດ, F4F (ຂະແໜງປ່າໄມ້), ແລະ ການລົງ ທຶນສີຂຽວ.

🛜ທ່ານ ປອ. ສິດທິຣົດ ຣາຊະພົນ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ GGGI ໃນຫຼາຍຂະແໜງການ ທີ່ໄດ້ໃຫ້ການຊ່ວຍເຫຼືອ ເເລະ ສະໜັບສະໜູນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງເປັນຄູ່ຮ່ວມພັດທະນາທີ່ດີິ; ພ້ອມນັ້ນ ທ່ານຍັງໄດ້ໃຫ້ຄວາມສົນໃຈ ທີ່ຈະໄປຢ້ຽມຢາມ ເເລະ ຊຸກຍູ້ບັນດາໂຄງການ ຢູ່ສະຖານທີ່ໂຄງການຂອງ GGGI ຕື່ມຫາກມີໂອກາດໃນອະນາຄົດ; ນອກນັ້ນບັນດາໂຄງການທີ່ GGGI ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຜ່ານມາ ທ່ານຍັງໄດ້ສະເໜີການສະໜັບສະໜູນ/ການຮ່ວມມືຈາກ GGGI ໃນບາງຂົງເຂດ ວຽກງານເປັນຕົ້ນ:
- ສູນກາງການເງິນດ້ານດິນຟ້າອາກາດ (Climate Finance Hub):

- ອາກອນສິ່ງແວດລ້ອມ ທີ່ໄດ້ດຳເນີນການສຶກສາມາກ່ອນເເລ້ວ, ສະເໜີໃຫ້ GGGI ຊຸກຍູ້ ວຽກງານນີ້ໃຫ້ມີຄວາມກ້າວໜ້າ ເເລະ ເປັນຮູບປະທໍາຫຼາຍຂຶ້ນ ເນື່ອງຈາກເປັນການສ້າງລາຍຮັບເພີ່ມເຕີມໃຫ້ແກ່ລັດຖະບານ;

- ການສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນ ເພື່ອການລົງທຶນ, ດັດຊະນີການເຕີບໂຕສີຂຽວ (Green Growth Index);

- ການຕິດຕາມ ແລະ ປະເມີນຜົນນະໂຍບາຍສີຂຽວແມ່ນມີຄວາມສຳຄັນຫຼາຍ ແຕ່ຂໍ້ມູນທີ່ມີຢູ່ໃນປັດ ຈຸບັນຍັງມີຈຳກັດຫຼາຍ. ຫວັງວ່າຕົວຊີ້ວັດພາຍໃຕ້ດັດຊະນີການເຕີບໂຕສີຂຽວ ຈະສາມາດນຳໃຊ້ສຳລັບການທົບທວນເຄິ່ງໄລຍະຂອງ 10th NSEDP ໄດ້.

ພາບຂ່າວ: ວັນຊະນະ

 

 

 

 

 

 

 

 

 

 

 

 

 

 

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ