
ວັນທີ 17 ສິງຫາ 2026, ກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ສໍາລັບໂຄງການຝຶກອົບຮົມ ເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນ ກ່ຽວກັບວົງຈອນການບໍລິຫານໂຄງການ ຢູ່ ສປປ ລາວ (2026-2028) ຫຼື Country-Specific Training Program “Capacity Building for Government Officers on Project Cycle Management in Lao PDR (2026-2028)”.
ຕາງໜ້າລົງນາມໃນພິທີດັ່ງກ່າວ ໂດຍ ທ່ານ ປອ. ວົງຄຳແຫງ ວົງທະຈັກ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ ແລະ ທ່ານ ຊອງ ຊູໂອ (Sungsoo OH), ຫົວໜ້າຫ້ອງການ ອົງການຮ່ວມມືສາກົນເກົາຫຼີ (KOICA) ປະຈໍາ ສປປ ລາວ. ໂດຍມີບັນດາແຂກເຊີນຈາກກົມກ່ຽວຂ້ອງ ພ້ອມດ້ວຍນັກສຳມະນາກອນຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຈະໄດ້ໄປຮ່ວມຝຶກອົບຮົມຢູ່ ສ.ເກົາຫຼີ ລະຫວ່າງວັນທີ 30 ສິງຫາ ຫາ 12 ກັນຍາ 2026 ເຂົ້າຮ່ວມເປັນກ່ຽວຂ້ອງ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ເປັນການຮ່ວມມືໃນໂຄງການຝຶກອົບຮົມໄລຍະ 3 ປີ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກ KOICA. ໂຄງການດັ່ງກ່າວຖືກອອກແບບມາເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດ ຢູ່ ສປປ ລາວ ໂດຍການຍົກລະດັບຄວາມສາມາດຂອງພະນັກງານລັດຖະກອນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງກັບນະໂຍບາຍການພັດທະນາແຫ່ງຊາດ, ທັງເປັນການເສີມສ້າງທັກສະໃນການຕິດຕາມຄວາມຄືບໜ້າຂອງການຄຸ້ມຄອງວົງຈອນໂຄງການ (PCM) ແລະ ການພິຈາລະນາງົບປະມານທີ່ອີງໃສ່ຜົນໄດ້ຮັບເປັນຫຼັກ.