ໃນຕອນບ່າຍຂອງວັນທີ 05 ສິງຫາ 2026, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
![]() | ![]() |
ໃນກອງປະຊຸມ, ທັງສອງຝ່າຍໄດ້ຮ່ວມກັນຕີລາຄາສະພາບການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ຂອງສອງລັດຖະບານ ໃນ 06 ເດືອນຕົ້ນປີ 2026 ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ຕັ້ງໜ້າປະສານສົມທົບ ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2026 ເປັນຢ່າງດີ, ຫຼາຍໜ້າວຽກມີຄວາມຄືບໜ້າ ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ມິດຕະພາບທີ່ດີງາມ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ; ໃນນັ້ນມີດ້ານການເມືອງ-ການຕ່າງປະເທດ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ດ້ານເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ ແລະ ດ້ານທຶນຊ່ວຍເຫຼືອລ້າ.
ພ້ອມດຽວກັນນີ້, ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ ລາຍງານຜົນການລົງກວດກາຕິດຕາມ ຂອງຝ່າຍລາວ ກ່ຽວກັບໂຄງການຊ່ວຍເຫຼືອລ້າ ແລະ ການລົງທຶນຂອງຫວຽດນາມ ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້. ຈາກຜົນການກວດກາ, ສອງຝ່າຍໄດ້ເຫັນດີໃຫ້ມີການຄົ້ນຄວ້າຊອກຫາແຫຼ່ງທຶນມາສ້ອມແປງ, ບຳລຸງຮັກສາ ບັນດາໂຄງການໂຮງຮຽນ ແລະ ສະຖານີວິທະຍຸ-ໂທລະພາບ ເພື່ອໃຫ້ສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນ ແລະ ຍາວນານ.
ໃນຕອນທ້າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະແມ່ນການຮ່ວມກັນກະກຽມ ກອງປະຊຸມກາງສະໄໝ ລະຫວ່າງສອງຄະນະກໍາມະການຮ່ວມມື ປະຈຳປີ 2026 ທີ່ຈະຈັດຂຶ້ນຢູ່ ນະຄອນດານັງ ສສ ຫວຽດນາມ, ພ້ອມທັງກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 19 ລະຫວ່າງ 2 ກະຊວງການເງິນ ແລະ ການປັບປຸງເອກະສານລະບຽບການນໍາໃຊ້ທຶນຊ່ວຍເຫຼືອລ້າ ເພື່ອໃຫ້ສາມາດລົງນາມໃນກອງປະຊຸມ ຄັ້ງທີ 49 ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ໃນທ້າຍປີ 2026.

