• ກະຊວງການເງິນ
  • |
  • 2026-08-05
  • |
  • ວຽກວິຊາສະເພາະ

        ໃນວັນທີ 04 ສິງຫາ 2026, ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນພາຍໃນ ປະຈຳປີ 2025, ທິດທາງແຜນການ ປີ 2026 ພ້ອມທັງມີພິທີເຊັນກົນໄກປະສານງານ ຮ່ວມກັບ ກົມ 200 ກະຊວງປ້ອງກັນຄວາມສະຫງົບ (ປກສ). ໂດຍການເປັນປະທານຮ່ວມຂອງ ທ່ານ ພູວົງ ກິດຕະວົງ, ກຳມະການປະຈຳພັກ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະປ້ອງກັນພາຍໃນກະຊວງການເງິນ ແລະ ທ່ານ ພັອ ສຸວັນ ທອງຈະເລີນ, ຮອງປະທານກວດກາພັກ ກະຊວງປ້ອງກັນຄວາມສະຫງົບ. ເຂົ້າຮ່ວມ ມີຄະນະກົມ, ຜູ້ອຳນວຍການລັດວິສາຫະກິດ, ຄະນະຮັບຜິດຊອບວຽກງານປ້ອງກັນພາຍໃນ ກະຊວງການເງິນ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

       ໃນກອງປະຊຸມ, ທ່ານ ນະຄອນໄຊ ພິມມະຈັນ, ຮອງຫົວໜ້າກົມກວດກາລັດ, ຮອງຫົວໜ້າຄະນະປະສານງານ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026. ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານສຳຄັນໃນ 1 ປີຜ່ານມາ ເປັນຕົ້ນແມ່ນ ການເກັບກຳປະຫວັດສະມາຊິກພັກ-ພະນັກງານ, ການປົກປັກຮັກສາເອກະສານທາງການ, ການແກ້ໄຂການລະເມີດລະບຽບວິໄນ ແລະ ການປັບປຸງລະບົບຄວາມປອດໄພໃນຮູບແບບຕ່າງໆ.

       ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານທີ່ຕິດພັນກັບວຽກງານປ້ອງກັນພາຍໃນ ຈາກເຈົ້າໜ້າທີ່ກົມ 200 ພ້ອມທັງໄດ້ແລກປ່ຽນບົດຮຽນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ.

        ໂອກາດດັ່ງກ່າວ, ຍັງໄດ້ຈັດພິທີເຊັນກົນໄກຫຼັກການປະສານສົມທົບ ລະຫວ່າງ ຄະນະປ້ອງກັນພາຍໃນ ກະຊວງການເງິນ ແລະ ກົມ 200 ກະຊວງ ປກສ ເພື່ອເປັນບ່ອນອີງໃນການຮ່ວມມື ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນກະຊວງການເງິນ.

       ໃນຕອນທ້າຍ, ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນໂອ້ລົມໂດຍເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ຜັນຂະຫຍາຍບົດສະຫຼຸບ ແລະ ທິດທາງແຜນການ ໃຫ້ເກີດຜົນເປັນຮູບປະທຳ; ສືບຕໍ່ເກັບກຳປະຫວັດ ແລະ ແນວຄິດຂອງພະນັກງານ-ລັດຖະກອນຢ່າງເປັນປົກກະຕິ; ເພີ່ມທະວີການປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດປ້ອງກັນ ແລະ ກົມ 200. ພ້ອມນີ້, ຍັງໄດ້ສະເໜີໃຫ້ ກົມ 200 ຈັດຝຶກອົບຮົມວິຊາສະເພາະປ້ອງກັນພາຍໃນ ແລະ ການປ້ອງກັນອັກຄີໄພ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອເຊີດຊູຄວາມຮັບຜິດຊອບ ແລະ ເຮັດໃຫ້ວຽກງານປ້ອງກັນພາຍໃນຂອງກະຊວງການເງິນ ມີຄວາມເຂັ້ມແຂງ ໜັກແໜ້ນຍິ່ງໆຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ