ໃນວັນທີ 31 ກໍລະກົດ 2026, ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ສໍາເລັດກອງປະຊຸມສໍາມະນາວິຊາການ ຄົ້ນຄວ້າ ສ້າງຮ່າງຄໍາແນະນໍາວ່າດ້ວຍ ການກຳນົດລາຄາໂອນ ແລະ ຄໍາແນະນໍາວ່າດ້ວຍ ອາກອນກຳໄລຂັ້ນຕໍ່າ ໂດຍການເປັນປະທານຂອງ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຊ່ຽວຊານຈາກທະນາຄານໂລກ ນໍາໂດຍ ທ່ານ Việt Anh Nguyễn ຊ່ຽວຊານອາວຸໂສດ້ານການຄຸ້ມຄອງພາກລັດ, ທັງເປັນຫົວໜ້າອົງກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ກອງປະຊຸມໄດ້ສັງລວມ ແລະ ແກ້ໄຂບັນຫາຂໍ້ຂ້ອງໃຈໄດ້ຢ່າງຈະແຈ້ງ ໃນ 06 ປະເດັນສໍາຄັນຄື: ໄດ້ຊີ້ແຈງເຫດຜົນໃນການປັບປຸງ ແລະ ບໍ່ຄວນປັບປຸງຮ່າງຄໍາແນະນໍາ ໂດຍສະເພາະການກຳນົດ "ພາກສ່ວນທີ່ກ່ຽວຂ້ອງກັນ" ໃຫ້ສອດຄ່ອງກັບຄວາມເປັນຈິງຢູ່ ສປປ ລາວ; ກໍານົດຈະແຈ້ງ ກ່ຽວກັບ ຂັ້ນຕອນການກວດກາລາຄາໂອນ ເລີ່ມຕັ້ງແຕ່ການກະກຽມການວິໄຈຄວາມສ່ຽງເບື້ອງຕົ້ນ ຈົນຮອດຂັ້ນຕອນການກວດກາສໍາເລັດ; ປະເມີນຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ກັບການເກັບລາຍຮັບອາກອນ ໃນໄລຍະກ່ອນ ແລະ ຫຼັງການອອກຄໍາແນະນໍາ ລວມທັງການກະກຽມຄວາມພ້ອມຂອງເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບ.
ກອງປະຊຸມຄັ້ງນີ້ ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍນໍາສະເໜີວິທີການຈັດຕັ້ງປະຕິບັດລາຄາໂອນ ແຕ່ການກະກຽມຂໍ້ມູນ, ການປະເມີນຄວາມສ່ຽງ, ການວິເຄາະ, ການຈັດບູລິມະສິດຄວາມສ່ຽງ ແລະ ບັນຫາທີ່ຕ້ອງຄໍານຶງໃນເວລາດໍາເນີນການກວດກາ. ພ້ອມດຽວກັນນີ້, ຍັງໄດ້ແນະນໍາການປັບປຸງກົງຈັກການຈັດຕັ້ງ, ການວາງແຜນງານສໍາລັບໜ່ວຍງານທີ່ຈະມາຮັບຜິດຊອບວຽກງານ ການກຳນົດລາຄາໂອນ (Transfer Pricing) ແລະ ການເພີ່ມຄວາມສາມາດຂອງບຸກຄະລາກອນ. ນອກຈາກນີ້, ຄະນະຊ່ຽວຊານ ຍັງໄດ້ໃຫ້ທິດທາງ ແລະ ແນະນໍາໃນການສ້າງກົດໝາຍ ວ່າດ້ວຍອາກອນສິ່ງແວດລ້ອມ ລວມທັງບັນດາຫຼັກການສາກົນທີ່ກຳນົດໃນການເກັບອາກອນດັ່ງກ່າວ.