• ສະຖາບັນເສດຖະກິດ ແລະ ການເງິນ
  • |
  • 2026-07-31
  • |
  • ວຽກວິຊາສະເພາະ

        ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນເປັນນັກຊ່ຽວຊານບັນຊີ ຊຸດທີ 16 ຈຳນວນ 164 ທ່ານ ເຊິ່ງມີພາກລັດ ແລະ ເອກະຊົນ. ພີທີດັ່ງກ່າວຈັດຂຶ້ນ ໃນວັນທີ 31 ກໍລະກົດ 2026 ນີ້, ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ປອ ວິລະໄພ ອຸບົນປະເສີດ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ພ້ອມດ້ວຍ ນັກຊ່ຽວຊານບັນຊີເຂົ້າຮ່ວມ.

        ໃນພິທີ ທ່ານ ສອນໄຊ ສີລາເພັດ ໄດ້ສະຫຼຸບລາຍງານ ຜົນການຈັດຝຶກອົບຮົມຫຼັກສູດ ວິຊາຊີບຊ່ຽວຊານບັນຊີເຊິ່ງໄດ້ເລີ່ມດຳເນີນມາແຕ່ປີ 2022 ໂດຍຊຸດທີ 16 ມີຜູ້ສອບເສັງ ແລະ ຜ່ານການປະເມີນຝຶກງານທັງໝົດ 132 ທ່ານ, ເມື່ອລວມກັບຜູ້ສຳເລັດຈາກຊຸດທີ 12-15 ອີກ 32 ທ່ານ, ເຮັດໃຫ້ມີຜູ້ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ທັງໝົດ 164 ທ່ານ.

       ໃນພິທີມີການມອບໃບຍ້ອງຍໍໃຫ້ ອາຈານ ຜູ້ສອນຫຼັກສູດວິຊາຊີບຊ່ຽວຊານບັນຊີລາວ ມອບໂດຍ ທ່ານ ປອ ວິລະໄພ ອຸບົນປະເສີດຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ.

        ພ້ອມນີ້ຍັງມີ ພິທີມອບໃບຢັ້ງຢືນນັກຊ່ຽວຊານບັນຊີລາວ ແລະ ນັກຊ່ຽວຊານບັນຊີ ອາຊຽນ (ASEAN CPA) ໃຫ້ແກ່ນັກສຳມະນາກອນ ຜູ້ສໍາເລັດການຝຶກອົບຮົມ ໃຫ້ກຽດຂຶ້ນມອບ ໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ.

       ໃນໂອກາດນີ້, ທ່ານ ປະທານ ກໍໄດ້ຍ້ອງຍໍຊົມເຊີຍ ຄະນະບໍລິຫານງານຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຄະນະຮັບຜິດຊອບ  ແລະ ນັກຝຶກອົບຮົມຫັຼກສູດວິຊາຊີບຊ່ຽວຊານບັນຊີ ທີ່ສໍາເລັດ ການຮຽນຫຼັກສູດ ດັ່ງກ່າວ. ພ້ອມນີ້ ທ່ານຍັງ ເນັ້ນຕື່ມວ່າ ໃຫ້ຜູ້ທີ່ສຳເລັດການຝຶກອົບຮົມ, ໂດຍສະເພາະຂະແໜງການກ່ຽວຂ້ອງ ຕ້ອງນຳໃຊ້ຄວາມຮູ້ເຂົ້າໃນການຕິດຕາມ-ກວດກາການມອບພັນທະເຂົ້າງົບປະມານໃຫ້ຄົບຖ້ວນ ແລະ ໃຫ້ຜູ້ປະກອບອາຊີບສືບຕໍ່ເຜີຍແຜ່ກົດໝາຍ ປະຕິບັດຈັນຍາບັນວິຊາຊີບຢ່າງເຂັ້ມງວດ, ເປັນກຳລັງແຮງຊຸກຍູ້ໃຫ້ຫົວໜ່ວຍວິສາຫະກິດຖືບັນຊີຢ່າງຖືກຕ້ອງ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ