ໃນວັນທີ 29 ກໍລະກົດ 2026, ຢູ່ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມ ດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ທາງດ້ານການທູດ ຢູ່ ສປປ ລາວ.
ໂອກາດອັນສະຫງ່າລາສີນີ້, ທັງສອງຝ່າຍໄດ້ຮ່ວມໂອ້ລົມ ແລະ ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ພ້ອມທັງການຮ່ວມມືສອງຝ່າຍລະ ຫວ່າງ ລາວ-ອັງກິດ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ຮັດແໜ້ນຄວາມຮ່ວມມືດັ່ງກ່າວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຕະຫຼອດໄລຍະການດຳລົງຕຳແໜ່ງ.