ປະຕິບັດຕາມກົນໄກ ແລະ ແຜນການເຮັດວຽກຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ແຜນການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈຳປີ 2026 ແລະ ຄຳເຫັນ ຊີ້ນໍາຂອງສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ. ໃນວັນທີ 26-29 ກໍລະກົດ 2026 ຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ (ຫຄລ-ຫວ) ນໍາໂດຍ ທ່ານ ຈັນທະພອນ ຄຳມະນີຈັນ, ກໍາມະການຄະນະບໍລິຫານງານພັກກະຊວງການເງິນ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ລົງໄປເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາກິດຈະການ, ໂຄງການຊ່ວຍເຫຼືອ ແລະ ໂຄງການລົງທຶນ ຂອງ ສສ ຫວຽດນາມ ຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ. ເຂົ້າຮ່ວມລົງເຄື່ອນໄຫວໃນຄັ້ງນີ້ ມີທ່ານ ຮອງຫົວໜ້າຫ້ອງການ ຄລ-ຫວ, ຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ກ່ຽວຂ້ອງຂອງຫ້ອງການ ຄລ-ຫວ ເຂົ້າຮ່ວມ.
ໃນການລົງເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະ ໄດ້ຮັບການຕ້ອນຮັບ ແລະ ພົບປະເຮັດວຽກກັບ ທ່ານ ປອ ທອງປະເສີດ ໄຊຍະລາດ, ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ໄຊສົມບູນ ຊຶ່ງຄະນະທັງສອງແລກປ່ຽນ, ຖອນຖອດບົດຮຽນ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງບັນດາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສສ ຫວຽດນາມ, ໂຄງການຊ່ວຍເຫຼືອລ້າ ຈາກແຂວງແຮກສ່ຽວ, ແຂວງຮ່ວມມືມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ມີການພົວພັນຮ່ວມມື ແຕ່ລະໄລຍະ ແລະ ໂຄງການລົງທຶນ ຂອງນັກລົງທຶນ ສສ ຫວຽດນາມ ທີ່ໄດ້ຈັດຕັ້ງປະຕິບັດຢູ່ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ ເພື່ອຊຸກຍູ້ຕິດຕາມຄວາມຄືບໜ້າໃນການປະຕິບັດໂຄງການ, ການຄຸ້ມຄອງນໍາໃຊ້ໂຄງການ ພາຍຫຼັງທີ່ໄດ້ມີການມອບຮັບໃຫ້ແຂວງ, ພະແນກການກ່ຽວຂ້ອງຄຸ້ມຄອງນຳໃຊ້ ພ້ອມທັງກວດກາຄືນປະສິດທິຜົນ ແລະ ຄວາມຍືນຍົງຂອງການນຳໃຊ້ໂຄງການຕົວຈິງ ເພື່ອເປັນການປະກອບສ່ວນເຂົ້າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ພາຍຫຼັງສຳເລັດ ການພົບປະແລກປ່ຽນ, ຖອນຖອດບົດຮຽນ ທ່ານຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ກວດກາ, ຕິດຕາມ ແລະ ເບິ່ງສະພາບຕົວຈິງຂອງບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອ ແລະ ໂຄງການລົງທຶນ ຂອງ ສສ ຫວຽດນາມ ເປັນຕົ້ນ: ໂຄງການ ກໍ່ສ້າງສູນເຕັກນິກກະສິກຳ (ນໍ້າໂມ້) ແຂວງໄຊສົມບູນ, ໂຄງການ ກໍ່ສ້າງໂຮງຮຽນມັດທະຍົມສົມບູນມິດຕະພາບອະນຸວົງ ແຂວງໄຊສົມບູນ, ໂຄງການກໍ່ສ້າງ ປັບປຸງ, ຍົກລະດັບ ໂຮງໝໍແຂວງໄຊສົມບູນ, ສະຖານີວິທະຍຸ-ໂທລະພາບ ແຂວງໄຊສົມບູນ, ໂຮງງານຜະລິດເສັ້ນລ້ອນ ມັນສາຄູ ຂອງບໍລິສັດ ໂກເອໂກ ຢູ່ແຂວງໄຊສົມບູນ, ໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າ ແຂວງຊຽງຂວາງ, ໂຄງການກໍ່ສ້າງ ປັບປຸງ ໂຮງໝໍມິດຕະພາບແຂວງຊຽງຂວາງ, ໂຄງການ ກໍ່ສ້າງສູນເຕັກນິກກະສິກຳ ແຂວງຊຽງຂວາງ ແລະ ໂຄງການ ຟາມງົວນົມ ວີນາມິວ ລາວ-ຈາໂກຣ ຊຽງຂວາງ.