ໃນວັນທີ 28 ກໍລະກົດ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ຊຸດທີ 8 ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍຜູ້ຊ່ຽວຊານອົງການໄຈກາ ປະຈໍາກົມສ່ວຍສາອາກອນ, ຜູ້ຕາງໜ້າຈາກທະນາຄານໂລກ ແລະ ນັກວິທະຍາກອນ, ນັກສໍາມະນາກອນພາຍໃນກົມ ເຂົ້າຮ່ວມ.
ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ຄໍາພັນ ພັນທຸລັກ ໄດ້ສະແດງຄວາມຂອບໃຈມາຍັງ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ ທີ່ໄດ້ສະໜອງດ້ານງົບປະມານ ພ້ອມທັງອຳນວຍຄວາມສະດວກໃນການຈັດຝຶກອົບຮົມຄັ້ງນີ້. ເຊິ່ງການຝຶກອົບຮົມການນໍາໃຊ້ລະບົບ TaxRIS ແມ່ນໄດ້ຂຶ້ນແຜນໄວ້ ທັງໝົດ 10 ຊຸດ ແລະ ໄດ້ສຳເລັດ ການຝຶກອົບຮົມໃຫ້ແກ່ ສ່ວຍສາອາກອນ ປະຈໍາເມືອງ, ນະຄອນ ແລ້ວ 148 ເມືອງ (02 ຊຸດ ໃນທ້າຍປີ 2025 ແລະ 08 ຊຸດ ໃນປີ 2026). ການຝຶກຄັ້ງນີ້ ແມ່ນການຝຶກອົບຮົມ ຊຸດທີ 08 ຂອງປີ 2026 ຫຼືເອີ້ນວ່າ ຊຸດທີ 10 ຂອງແຜນການ ເຊິ່ງຈະຝຶກເປັນເວລາ 03 ວັນ ແຕ່ວັນທີ 28-30 ກໍລະກົດ 2026 ແລະ ເປັນການຝຶກສະເພາະ ໃຫ້ແກ່ພະນັກງານຂອງກົມສ່ວຍສາອາກອນ .

ທ່ານຫົວໜ້າກົມ ກ່າວຕື່ມວ່າ: ການຝຶກອົບຮົມໃນຄັ້ງນີ້ ຈະຝຶກສະເພາະຫົວຂໍ້ສຳຄັນ ຈາກ 04 ໂມດູນຫຼັກ ຂອງລະບົບ TaxRIS ເປັນຕົ້ນ ການຄຸ້ມຄອງສະຖິຕິຫົວໜ່ວຍ, ການອອກໃຍຢັ້ງຢືນການມອບພັນທະ, ການອອກໃບແຈ້ງມອບອາກອນແຕ່ລະປະເພດ, ການອອກບົດບັນທຶກກວດກາ ຕ່າງໆ. ສະນັ້ນ, ຮຽກຮ້ອງມາຍັງນັກສຳມະນາກອນ ຈົ່ງຍົກສູງຄວາມເອົາໃຈໃສ່ ໃນການຄົ້ນຄວ້າຮໍ່າຮຽນ ພ້ອມກັບ ສົນທະນາ ແລກປ່ຽນບົດຮຽນໃນແຕ່ລະບັນຫາ ກັບ ນັກວິທະຍາກອນ ຢ່າງເລິກເຊິ່ງ, ໃຫ້ສາມາດເກັບກ່ຽວເອົາບົດຮຽນໄປນໍາໃຊ້ໃນຕົວຈິງໃຫ້ໄດ້ປະສິດທິຜົນສູງສຸດ, ແນໃສ່ການສ້າງພະນັກງານໃຫ້ເປັນຜູ້ຊຳນານງານ, ເປັນຜູ້ຊ່ຽວຊານ ເພື່ອສາມາດຈັດຕັ້ງຜັນຂະຫຍາຍ ແລະ ຖ່າຍທອດໃຫ້ແກ່ພະນັກງານໃນພະແນກຂອງຕົນເອງ. ພ້ອມດຽວກັນ ເຈົ້າຫນ້າທີ່ສ່ວຍສາອາກອນ ຕ້ອງໄດ້ໃຫ້ຄຳແນະນຳ ຢ່າງຊັດເຈນ ແລະ ຖືກຕ້ອງຕໍ່ຜູ້ປະກອບການໃຫ້ຮັບຮູ້ ຂໍ້ມູນຂ່າວສານ ແລະ ເຂົ້າໃຈພາລະບົດບາດຂອງເຂົາເຈົ້າ ໃນການປະກອບສ່ວນມອບພັນທະເຂົ້າງົບປະມານ.