• ກະຊວງການເງິນ
  • |
  • 2026-07-27
  • |
  • ວຽກວິຊາສະເພາະ

       ໃນວັນທີ 27 ກໍລະກົດ 2026 ສູນສະຖິຕິແຫ່ງຊາດ ກະຊວງການເງິນ ຮ່ວມກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ການຍົກສູງຂີດຄວາມສາມາດໃນການປະເມີນ ແລະ ວັດແທກຄວາມທຸກຍາກ ເພື່ອປັບປຸງນະໂຍບາຍ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ນາງ ຊຸງ ດ້ວນ (Dr.Dung Doan) ນັກເສດຖະສາດອາວຸໂສ ຈາກທະນາຄານໂລກ, ຄະນະສູນສະຖິຕິແຫ່ງຊາດ, ຄະນະກົມ, ຄະນະພະແນກ ແລະ ຜູ້ຕາງໜ້າຈາກພະແນກການເງິນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ 18 ແຂວງທົ່ວປະເທດເຂົ້າຮ່ວມ.

          ການສໍາມະນາໄດ້ຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບວິທີການ ແລະ ເຄື່ອງມືໃນການວັດແທກຄວາມທຸກຍາກໃນ ສປປ ລາວ ທີ່ຮັບໃຊ້ເຂົ້າໃນການວັດແທກ ແຜນພັດທະນາເສດຖະກິດ-ສັງຄົມ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG 1) ຕອບສະໜອງຕົວຊີ້ບອກ ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. 

          ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີຈາກຊ່ຽວຊານຂອງທະນາຄານໂລກ ກ່ຽວກັບ ແນວທາງສາກົນ ແລະ ບົດຮຽນຈາກປະເທດຕ່າງໆ ພ້ອມກັນນັ້ນ ຈະມີການນໍາສະເໜີຜົນການວັດແທກຄວາມທຸກຍາກ ຈາກການສໍາຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ ຫຼື LECS7, ການປະເມີນຄອບຄົວ ແລະ ບ້ານທຸກຍາກ ຕາມດຳລັດເລກທີ 348/ລບ  ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

 

          ໂອກາດນີ້, ທ່ານ ນາງ ເພັດສະໝອນ ສອນ ຍັງໄດ້ເນັ້ນວ່າ ຂໍ້ມູນສະຖິຕິທີ່ຖືກຕ້ອງ ແລະ ໜ້າເຊື່ອຖື ເປັນເຄື່ອງມືສຳຄັນທີ່ຊ່ວຍໃຫ້ລັດຖະບານເຂົ້າໃຈເຖິງສາເຫດ ແລະ ສະຖານທີ່ຂອງຄວາມທຸກຍາກ ເພື່ອອອກແບບນະໂຍບາຍໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງແທ້ຈິງຕາມເປົ້າໝາຍພັດທະນາແບບຍືນຍົງ.

          ໃນວາລະດຽວກັນ ທ່ານ ກິແກ້ວ ສິງນາວົງ ກໍໄດ້ກ່າວເຖິງຄວາມສຳຄັນຂອງການຍົກລະດັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນວາລະແຫ່ງຊາດ.

ພ້ອມນີ້, ຍັງໄດ້ມີການ ສົນທະນາແບບແລກປ່ຽນທັດສະນະ ແລະ ບົດຮຽນ ລະຫວ່າງ ພາກສ່ວນສະຖິຕິ, ຂະແໜງກະສິກຳ, ມະຫາວິທະຍາໄລ ແລະ ທະນາຄານໂລກ.

© 2025 Copyright: ກະຊວງການເງິນ, ສປປ ລາວ