ໃນວັນທີ 24 ກໍລະກົດ 2026, ກະຊວງການເງິນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ເປີດກວ້າງ ຄັ້ງທີ 01 ສະໄໝທີ IV ເພື່ອສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026. ກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ໂດຍມີບັນດາສະຫາຍໃນຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມ/ທຽບເທົ່າ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ສຸລິວັດ ສຸວັນນະຈູມຄຳ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການນຳພາ-ຊີ້ນຳ ວຽກງານພັກ-ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານວິຊາສະເພາະຂອງຂະແໜງການເງິນ. ນອກຈາກນີ້, ຍັງໄດ້ມີການເຜີຍແຜ່ເນື້ອໃນປັບປຸງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII (ຕາມແຈ້ງການ ເລກທີ 926 ແລະ ຄຳແນະນຳ ເລກທີ 303) ລວມເຖິງເອກະສານສຳຄັນອື່ນໆຂອງພັກ, ຂອງຊາດ ແລະ ສາກົນ. ພ້ອມດຽວກັນນີ້, ສະຫາຍ ວິໄລທອງ ສຸດທະວິໄລ ກຳມະການຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ຂຶ້ນລາຍງານຄວາມຄືບໜ້າວຽກງານການຫັນເປັນທັນສະໄໝຂອງຂະແໜງການເງິນ, ພ້ອມດຽວກັນນັ້ນ, ສະຫາຍ ສົມຈິດ ຄຳມຸງຄຸນ ກຳມະການ ຄະນະບໍລິຫານງານພັກກະຊວງ, ຫົວໜ້າຫ້ອງການ ກໍໄດ້ຂຶ້ນສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍລິຫານລັດ ແລະ ວຽກງານຂອງບັນດາກົມອ້ອມຂ້າງກະຊວງ ໂດຍສະຫາຍໄດ້ຍົກໃຫ້ເຫັນເຖິງ ຜົນງານການຈັດຕັ້ງປະຕິບັດວຽກງານບໍລິຫານ, ການເສນາທິການ ແລະ ການປະສານງານກັບບັນດາກົມອ້ອມຂ້າງກະຊວງ ໃນໄລຍະ 6 ເດືອນຕົ້ນປີ ທີ່ໄດ້ສຸມໃສ່ການປັບປຸງກົນໄກການເຮັດວຽກໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ວ່ອງໄວກວ່າເກົ່າ. ພ້ອມນັ້ນ, ກໍໄດ້ເນັ້ນໃສ່ການເພີ່ມທະວີລະບຽບກົດໝາຍ, ການຄຸ້ມຄອງເອກະສານ-ຂັ້ນຕອນການບໍລິການ, ການຕິດຕາມ-ຊຸກຍູ້ການປະຕິບັດທິດທາງແຜນການຂອງບັນດາກົມ ໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບກັນທົ່ວຂະແໜງການເງິນ ເພື່ອຮັບປະກັນປະສິດທິພາບການບໍລິຫານງານລັດໃຫ້ສູງຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຢ່າງພາວະວິໄສ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ. ໂດຍເນັ້ນໃສ່ການຕີລາຄາສະພາບຕົວຈິງ ແລະ ເລັ່ງແກ້ໄຂບັນຫາຄົງຄ້າງໃນໄລຍະຜ່ານມາ ເຊັ່ນ: ສະພາບແນວຄິດຂອງສະມາຊິກພັກ, ການປັບປຸງກົງຈັກ, ການຫັນເປັນທັນສະໄໝ, ລວມເຖິງການຄຸ້ມຄອງລາຍຮັບ-ລາຍຈ່າຍ ເພື່ອຮັບປະກັນໃຫ້ກອງປະຊຸມບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.






