ໃນຕອນບ່າຍວັນທີ 23 ກໍລະກົດ 2026, ທີ່ກະຊວງການເງິນ ໄດ້ມີພິທີກະຊວງການເງິນ ສະຫຼຸບຜົນງານ ແລະ ປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ພະນັກງານ ທີ່ມີຜົນງານໃນບັ້ນກະກຽມ ດໍາເນີນການເປັນປະທານກອງປະຊຸມອາຊຽນຂອງ ສປປ ລາວ ປີ 2024 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ມີ ຮອງ ລັດຖະມົນຕີ, ຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງຂະແໜງການເງິນ ທີ່ໄດ້ຮັບການຍ້ອງຍໍເຂົ້າຮ່ວມ. 
ພິທີດັ່ງກ່າວຈັດຂຶ້ນ ເພື່ອເປັນການສະຫຼຸບຕີລາຄາຜົນສຳເລັດ ແລະ ຍ້ອງຍໍຊົມເຊີຍບຸກຄະລາກອນຂະແໜງການເງິນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ຈົນເຮັດໃຫ້ໜ້າທີ່ລະດັບຊາດນີ້ ສຳເລັດລົງຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນຢ່າງຫ້າວຫັນ ຂອງຂະແໜງການເງິນ ໃນການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມສໍາຄັນຫຼາຍລະດັບ ເປັນຕົ້ນແມ່ນ: ກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 28, ກອງປະຊຸມຮ່ວມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 11, ລວມເຖິງກອງປະຊຸມ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ+3 ຄັ້ງທີ 27 ແລະ ກອງປະຊຸມປິ່ນອ້ອມອື່ນໆ.
ດ້ວຍຄວາມມຸ່ງໝັ້ນໃນການຊຸກຍູ້ບັ້ນກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍສະເພາະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ສຳເລັດຢ່າງຈົບງາມ ດັ່ງນັ້ນ, ທາງລັດຖະບານ ແລະ ປະທານປະເທດ ຈຶ່ງໄດ້ຕົກລົງມອບຫຼຽນ ແລະ ໃບຍ້ອງຍໍ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ເຊິ່ງຖືເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາປະເທດຊາດ.
ໃນພິທີອັນຊົງກຽດຄັ້ງນີ້, ມີຜູ້ທີ່ໄດ້ຮັບການຍ້ອງຍໍທັງໝົດເຖິງ 276 ທ່ານ, ຍິງ 109 ທ່ານ ໂດຍມີ ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 36 ທ່ານ (ຍິງ 13 ທ່ານ), ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 76 ທ່ານ (ຍິງ 32 ທ່ານ) ໃຫ້ກຽດຂື້ນປະດັບຫຼຽນໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ຫຼຽນກາແຮງງານ ຈໍານວນ 74 ທ່ານ (ຍິງ 37 ທ່ານ) ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 90 ທ່ານ (ຍິງ 27 ທ່ານ) ຂື້ນມອບໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ.







ພິທີປະດັບຫຼຽນຍ້ອງຍໍໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຜົນສຳເລັດອັນຍິ່ງໃຫຍ່ຂອງ ສປປ ລາວ ໃນເວທີອາຊຽນເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມຮູ້ຄວາມສາມາດ, ຄວາມສາມັກຄີ ແລະ ຄວາມຮັບຜິດຊອບສູງ ຂອງຄະນະນຳ ແລະ ພະນັກງານກະຊວງການເງິນທຸກພາກສ່ວນ ເຊິ່ງຜົນງານດັ່ງກ່າວຈະເປັນແຮງຊຸກຍູ້ອັນສຳຄັນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ໃນຕໍ່ໜ້າ, ສືບຕໍ່ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ ແລະ ເສດຖະກິດຢ່າງບໍ່ຢຸດຢັ້ງ.