ໃນວັນທີ 21 ກໍລະກົດ 2026 ຫ້ອງການ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມການບັນຊີ (ຂັ້ນພື້ນຖານ) ໃຫ້ພະນັກງານ-ລັດຖະກອນ ຫ້ອງການກະຊວງການເງິນ ໂດຍການເປັນປະທານຂອງທ່ານ ນາງ ນວນລະອອງ ທຳມະວົງ ຮອງຫ້ອງໜ້າຫ້ອງການ, ມີນັກວິທະຍາກອນມາຈາກສະຖາບັນເສດຖະກິດ-ການເງິນ ແລະ ນັກສຳມະນາກອນຈາກພະແນກອ້ອມຂ້າງຫ້ອງການ ກະຊວງການເງິນ ເຂົ້າຮ່ວມ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍ, ຄວາມສຳຄັນຫຼາຍ ເຊິ່ງເປັນການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາ ແລະ ຍົກສູງລະດັບຄວາມຮູ້ຄວາມເຂົ້າໃຈກ່ຽວກັບວຽກງານການຄຸ້ມຄອງການເງິນ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນມີຄວາມໜັກແໜ້ນເຂັ້ມແຂງ ແລະ ພັດທະນາຕົນເອງໃຫ້ສາມາດປະກອບສ່ວນເຂົ້າໃນວຽກງານການນຳພາ, ການຕັດສິນບັນຫາຢູ່ແຕ່ລະຂັ້ນ ໃຫ້ໄດ້ຕາມລະດັບຄາດໝາຍ. ໂດຍສະເພາະ ດ້ານການເງິນ-ການບັນຊີ ແລະ ການຄຸ້ມຄອງງົບປະມານ ເພື່ອຫັນເຂົ້າໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງກັບພາລະບົດບາດ, ຮັບປະກັນໃຫ້ການດໍາເນີນງານຢ່າງມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ ແລະ ສາມາດກວດສອບໄດ້. ໃນການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນຈະໄດ້ຮັບຟັງການນຳສະເໜີຄວາມຮູ້ກ່ຽວກັບ ຫຼັກສູດບັນຊີ (ຂັ້ນພື້ນຖານ) ປະກອບມີ 03 ຫົວຂໍ້: 1. ການບັນຊີຄັງເງິນ (ການສ້າງເອກະສານລາຍງານການເງິນ), 2. ບັນຊີອົງການຈັດຕັ້ງລັດ (ການສ້າງເອກະສານລາຍງານການເງິນ), 3. ການວາງແຜນ ແລະ ງົບປະມານ. ພ້ອມດຽວກັນນີ້ ກໍ່ຈະໄດ້ຮັບຟັງທິດສະດີ ຫຼັກສູດບັນຊີ (ຂັ້ນພື້ນຖານ), ໂດຍການບັນຍາຍຂອງນັກວິທະຍາກອນທີ່ມີຄວາມຮູ້ ແລະ ປະສົບການ ຈາກສະຖາບັນເສດຖະກິດ-ການເງິນ (ດົງຄໍາຊ້າງ), ຄັງເງິນແຫ່ງລັດ ແລະ ກົມຄຸ້ມຄອງການບັນຊີ. ການຝຶກອົບຮົມດັ່ງກ່າວ ນັກສໍາມະນາກອນຈະໄດ້ແລກປ່ຽນ, ສົນທະນາ ແລະ ຄົ້ນຄ້ວາບັນດາຄຳຖາມເຈາະຈິ້ມນຳຜູ້ທີ່ມີປະສົບການ ໃນວຽກງານການບັນຊີ ເພື່ອເຂົ້າໃຈຄວາມຮູ້ພື້ນຖານຂອງວຽກງານດັ່ງກ່າວໃຫ້ເລິກເຊິ່ງຂຶ້ນກ່ວາເກົ່າ. 

