ໃນວັນທີ 22 ກໍລະກົດ 2026, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມໃນຮູບແບບເຊິ່ງໜ້າ ແລະ ທາງໄກ ເພື່ອເຜີຍແຜ່ຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ໂດຍນໍາໃຊ້ຂໍ້ມູນຈາກການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII (LECS VII) ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ມີ ທ່ານ ຄໍວີມາ ນາທາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວພ້ອມດ້ວຍຜູ້ຕາງຈາກບັນດາກະຊວງ, ພະແນກການເງິນ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ 18 ແຂວງ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ນັກວິຊາການ ເຂົ້າຮ່ວມ. 

ໃນກອງປະຊຸມ, ທ່ານ ນາງ ເພັດສະໝອນ ສອນ ໄດ້ເນັ້ນວ່າ: ການຫຼຸດຜ່ອນຄວາມທຸກຍາກແມ່ນນະໂຍບາຍບູລິມະສິດ ແລະ ພາລະກິດຍຸດທະສາດຂອງ ພັກ-ລັດ ທີ່ດໍາເນີນຢ່າງຕໍ່ເນື່ອງ. ການຈັດກອງປະຊຸມຄັ້ງນີ້ ເປັນການສະໜອງຂໍ້ມູນສະຖິຕິທີ່ທັນສະໄໝ, ຖືກຕ້ອງ ແລະ ເຫັນໄດ້ເຖິງສະພາບຄວາມທຸກຍາກ, ຄວາມບໍ່ສະເໝີພາບ ແລະ ສະຫວັດດີການຂອງຄົວເຮືອນ. ຂໍ້ມູນດັ່ງກ່າວຈະຖືກນໍາໃຊ້ເປັນຫຼັກຖານທາງວິຊາການທີ່ສໍາຄັນ ໃນການກໍານົດນະໂຍບາຍ, ການວາງແຜນພັດທະນາເສດຖະກິດ-ສັງຄົມ, ການຈັດສັນຊັບພະຍາກອນ ແລະ ການຕິດຕາມການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG 1) ພາຍໃຕ້ຫຼັກການ "ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ". ພ້ອມນີ້, ທ່ານປະທານກອງປະຊຸມໄດ້ສະແດງຄວາມຂອບໃຈຕໍ່ ທະນາຄານໂລກ, ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ສະໜັບສະໜູນດ້ານວິຊາການ ແລະ ງົບປະມານ, ພ້ອມທັງຊົມເຊີຍບັນດາກະຊວງ, ຂະແໜງການ ແລະ ປະຊາຊົນທົ່ວປະເທດ ທີ່ໃຫ້ການຮ່ວມມືຢ່າງເຕັມທີ່ ຈົນເຮັດໃຫ້ການສໍາຫຼວດ LECS VII ປະສົບຜົນສໍາເລັດ.
ບົດລາຍງານສະບັບນີ້ ຈະເປັນຂໍໍ້ມູນອ້າງອີງອັນສໍາຄັນໃຫ້ແກ່ບັນດາກະຊວງ, ຄູ່ຮ່ວມພັດທະນາ, ນັກວິຊາການ, ອົງການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ໃນການກໍານົດນະໂຍບາຍ ແລະ ດໍາເນີນມາດຕະການຫຼຸດຜ່ອນຄວາມທຸກຍາກໃຫ້ມີປະສິດທິຜົນຍິ່ງຂຶ້ນ.