• ກະຊວງການເງິນ
  • |
  • 2026-07-21
  • |
  • ວຽກຮ່ວມມື

        ໃນວັນທີ 20 ກໍລະກົດ 2026 ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ສໍານັກງານບໍລິການ ດ້ານການເງິນ ແລະ ຄັງເງິນເຂດປົກຄອງພິເສດຮົງກົງ ສປ ຈີນ ວ່າດ້ວຍການຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການເປັນຄູຮ່ວມຍຸດທະສາດ ຊຶ່ງຖືເປັນຂີດໝາຍອັນສຳຄັນໃນການຮັດແໜ້ນຄວາມຮ່ວມມືສອງຝ່າຍໃນຂະແໜງບໍລິການທາງດ້ານການເງິນ ແລະ ຊຸກຍູ້ການພັດທະນາຕະຫຼາດຄຳ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິດເສດຮົງກົງສປ ຈີນ.

       ໃຫ້ກຽດລົງນາມໃນບົດບັນທຶກດັ່ງກ່າວ ຕາງໜ້າໃຫ້ລັດຖະບານກໍ່ຄື ກະຊວງການເງິນແຫ່ງ ສປປ ລາວ ໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປລາວ ແລະ ຕາງໜ້າໃຫ້ແກ່ ສໍານັກງານບໍລິການ ດ້ານການເງິນ ແລະ ຄັງເງິນ ເຂດປົດຄອງພິເສດຮົງກົງ ໂດຍ ທ່ານ Mr. Christopher HUI ລັດຖະມົນຕີ ສໍານັກງານບໍລິການ ດ້ານການເງິນ ແລະ ຄັງເງິນ ເຂດປົກຄອງພິດເສດຮົງກົງ ສປ ຈີນ ໂດຍ ມີຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ ແລະ ຜູ້ອຳນວຍການໃຫຍ່ ທະນາຄານຄຳລາວ ທັງເປັນ ປະທານ ແລະ ຜູ້ກໍ່ຕັ້ງ ກຸ່ມບໍລິສັດ ພີທີແອວ ໂຮນດິ້ງ (PTL Holding) ພ້ອມດ້ວຍ ບັນດາ ທ່ານ ຫົວໜ້າກົມ ອ້ອມຂ້າງກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວ ຕາງໜ້າຈາກທັງສອງລັດຖະບານ ເຂົ້າຮ່ວມ.

        ຈາກນັ້ນ, ກໍ່ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ສະບັບທີສອງ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດລະຫວ່າງທະນາຄານຄຳ ແລະ ບໍລິສັດ MKS Pamp (Hongkon) Limited ເຊິ່ງໃຫ້ກຽດລົງນາມໂດຍ ທ່ານ ປອ ຈັນທອນ ສິດທິໄຊຜູ້ອຳນວຍການໃຫຍ່ ທະນາຄານຄຳລາວ ທັງເປັນປະທານ ແລະ ຜູ້ກໍ່ຕັ້ງ ກຸ່ມບໍລິສັດພີທີແອວ ໂຮນດິ້ງ (PTL Holding) ແລະ ທ່ານDamien Han ຫົວໜ້າຝ່າຍຂາຍປະຈຳພາກພື້ນອາຊີ–ປາຊີຟິກ, MKS PAMP ໂດຍເປັນຊັກຂີພິຍານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງສປປ ລາວ ແລະ ທ່ານ Mr. Christopher HUI ລັດຖະມົນຕີສໍານັກງານບໍລິການ ດ້ານການເງິນ ແລະຄັງເງິນ ເຂດປົກຄອງພິດເສດຮົງກົງ ສປຈີນ ພ້ອມດ້ວຍຜູ້ຕາງໜ້າທັງສອງຟ່າຍ.

        ບົດບັນທຶກຄວາມເຂົ້າໃຈສອງສະບັບນີ້, ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງທັງສອງລັດຖະບານ ໃນການລົງເລິກການຮ່ວມມື ດ້ານບໍລິການທາງດ້ານການເງິນ ພ້ອມທັງສົ່ງເສີມການພັດທະນາຕະຫຼາດຄຳທີ່ມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ສາມາດເຊື່ອມໂຍງກັບສາກົນ ນອກນັ້ນ ຍັງໄດ້ກຳນົດຂອບການຮ່ວມມືໃນຫຼາຍຂົງເຂດ ເປັນຕົ້ນແມ່ນ ການອໍານວຍຄວາມສະດວກທາງດ້ານຕະຫຼາດຄໍາ, ການເຊື່ອມໂຍງຕະຫຼາດການເງິນ, ການພັດທະນາບຸກຄະລາກອນ ເເລະ ການຫັນເປັນທັນສະໄໝ, ຄວາມຮ່ວມມືດ້ານລະບຽບການ ແລະ ການພັດທະນາຕ໋ອງໂສ້ຕະຫລາດຄໍາ.

        ກະຊວງການເງິນ ສະໜັບສະໜູນ "ທະນາຄານຄຳ" ໃຫ້ເປັນທະນາຄານຍຸດທະສາດ ເພື່ອພັດທະນາຕະຫຼາດຄຳພາຍໃນປະເທດໃຫ້ທັນສະໄໝ, ມີຄວາມໂປ່ງໃສ ແລະ ດຶງເອົາຄຳຈາກພາຍໃນປະເທດ ເຂົ້າສູ່ລະບົບການເງິນ, ຂໍ້ຕົກລົງ (MOU) ນີ້ ເປັນການສ້າງຂອບການຮ່ວມມືລະຫວ່າງ ລັດຖະບານ ຫາ ລັດຖະບານ (G2G) ເພື່ອແລກປ່ຽນບົດຮຽນ ແລະ ເພີ່ມຄວາມຮ່ວມມືລະຫວ່າງສະຖາບັນການເງິນ ແລະ ຊ່ວຍຍົກລະດັບການເຊື່ອມໂຍງດ້ານການເງິນ ແລະ ການຄ້າໂລຫະປະເສີດ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ (ສປ ຈີນ) ຢ່າງເປັນຮູບປະທຳ.

© 2025 Copyright: ກະຊວງການເງິນ, ສປປ ລາວ